• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ໄປເບິ່ງ 3 ຜູ້ຮັກສາປະຕູ TOP CLEAN SHEETS ຫຼື ບໍ່ເສຍປະຕູ ໃນລາວລີກ 2023

ຖືວ່າຜູ້ຮັກສາປະຕູໃນການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2023 ກໍາລັງມາແຮງ ເຊິ່ງກ່ອນໜ້ານີ້ ພວກເຮົາໄດ້ແນະນໍາ ແກ້ວອຸດອນ ສຸວັນນະສັງໂສ ກາຍເປັນຜູ້ຮັກສາປະຕູຄົນທໍາອິດຂອງການແຂ່ງຂັນເປບຊີ ລາວລີກ 1 ປະຈໍາປີ 2023 ທີ່ສາມາດຄວ້າລາງວັນນັກເຕະດີເດັ່ນປະຈໍານັດການແຂ່ງຂັນ ຫຼື Man of the match ໄປແລ້ວ ( ລາຍລະອຽດໄປເບິ່ງຄລິບ)

ມື້ນີ້ມາຕໍ່ກັນທີ່ 3 ຜູ້ຮັກສາປະຕູທີ່ເຮັດ CLEAN SHEETS ຫຼື ບໍ່ເສຍປະຕູໃນນັດການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2023 ຫຼັງຈາກທີ່ຜ່ານມາໄປ 2 ນັດ 2 ອາທິດດັ່ງນີ້:
-ສຸກທະວີ ສູນດາລາ ຜູ້ຮັກສາປະຕູຂອງ ມາສເຕີ 7 ເອັຟຊີ

-ສໍລະສັກ ທິລະກຸນ ຜູ້ຮັກສາປະຕູຂອງ ຊ້າງນ້ອຍ ເອັຟຊີ

-ແກ້ວອຸດອນ ສຸວັນນະສັງໂສ ຈາກກອງທັບ ເອັຟຊີ ( ໄປເບິ່ງຜົນງານຂອງທັງ 3 ຄົນທີ່ຄລິບລຸ່ມນີ້ )

ຮູບຈາກ: ລາວລີກ 1, Young Elephants F.C. ແລະ ມາສເຕີ 7

Leave a Reply

Your email address will not be published. Required fields are marked *