ເມືອງເຟືອງ ເປັນອີກເມືອງນ້ອຍໆ ເມືອງຫນຶ່ງທີ່ຢູ່ໃນແຂວງວຽງຈັນ ທີ່ມີຄວາມອຸດົມສົມບູນທາງທຳມະຊາດ ແລະ ມີຕຳນານສາມຫມື່ນເມືອງເຟືອງ ທີ່ເລົ່າຂານກັນມາແຕ່ບູຮານະການ, ນອກຈາກຈະເປັນເມືອງທີ່ມີຕຳນານອັນຍາວນານ ແລ້ວຍັງເປັນເມືອງອູ່ເຂົ້າປາ. ພາດບໍ່ໄດ້ສາວເມືອງເຟືອງ ຜິວງາມສ່ອງໃສ ຫນ້າຮັກຕາມພາສາສາວຊົນນະບົດ ທີ່ມີສຳນຽງສຽງປາກເວົ້າທີ່ເປັນເອກະລັກ ຂອງເຜົ່າໄທແດງ
ຜາທໍ່ໜໍ່ຄຳຕັ້ງຢູ່ບ້ານ ນາແຍງ ເມືອງເຟືອງ ແຂວງວຽງຈັນ ໄລຍະຫ່າງຈາກຕົວເມືອງປະມານ 3 km ແລະຫ່າງຈາກທາງຫຼວງ 800 m ເປັນແຫຼງທ່ອງທ່ຽວທາງດ້ານທຳມະຊາດ ຍັງບໍ່ທັນໄດ້ຮັບການພັດທະນາ ແລະ ຍັງບໍ່ທັນໄດ້ເປີດບໍລິການ ແຫຼ່ງທ່ອງທ່ຽວແຫ່ງນີ້ໄດ້ສຳຫຼວດໃນເດືອນ ກໍລະກົດ ປີ 2011 ແລະ ມີແຜນພັດທະນາໃນປີ 2011-2015.
ປະຫວັດຄວາມເປັນມາຂອງຜາທໍ່ໜໍ່ຄຳ ເປັນຜາຫີນປູນທີ່ຕັ້ງສະງ່າຢູ່ຈຸດໃຈກາງເມືອງເຟືອງ ແຂວງວຽງຈັນ ສປປລາວ ພູຜາໜ່ວຍນີ້ແມ່ນຕັ້ງໂດດດ່ຽວ ເຊິ່ງມີຮູບຮ່າງເປັນເອກະລັກສະເພາະບົ່ງບອກຮູບຮ່າງສັນຖານຂອງເມືອງເຟືອງ, ປຽບດັ່ງສຽງເພັງສາມໝື່ນເມືອງເຟືອງ ທີ່ມີຊື່ສຽງໂດ່ງດັງຢູ່ລາວ ໄດ້ເຮັດໃຫ້ຜາທໍ່ໜໍ່ຄຳ ເປັນມີ່ງຂວັນຂອງເມືອງນອກຈາກລັກສະນະທີ່ເປັນເອກະລັກສະເພາະແລ້ວຜາທໍ່ໜໍ່ຄຳໄດ້ເຊື່ອງຊ້ອນ ຄວາມລືກລັບທີ່ຍັງບໍ່ທັນມີໃຜໄດ້ຮູ້ ໜ້າ ຜາເມືອເຮົາແນມເບີ່ງຈາກບ້ານນາຖົ່ວ, ນາແຍງ ຈະເປັ່ງປະກາຍ ສີຄຳຢູ່ຫຼາຍຈຸດ ແຕ່ມີຈຸດໜຶ່ງຈຸດດຽວທີ່ເປັ່ງປະກາຍຊັດເຈນກວ່າຈຸດອື່ນໆ ປະຊາຊົນໃນທ່ອງຖີ່ນ ມີຄວາມເຊື່ອວ່ານັ້ນຄືຄຳທີ່ມີຄຸນຄ່າມະຫາສານ ເຂົາເຈົ້າເອີ້ນຈຸດດັ່ງກ່າວວ່າ
ໜໍ່ຄຳ ຍ້ອນມີລັກສະນະເປັນທ່ອນກົມ ແລະ ແຍກເປັນສອງຍອດ ເຊີ່ງເປັນສ່ວນໜຶ່ງຂອງຊື່ຜາ ທີ່ເອີ່ນວ່າ: ຜາທໍ່ໜໍ່ຄຳ, ມີຫຼາຍຄັ້ງທີ່ກຸ່ມຄົນພະຍາຍາມປີ່ນໄຕ່ຂຶ້ນໄປເອົາໜໍ່ຄຳ ແຕ່ບໍ່ສຳເລັດ ຍ້ອນວ່າດ້ພົບເຫັນສິ່ງລືກລັບເຊິ່ງນຳມາແກ່ຄວາມຫາຍານະ ເຖິງແກ່ຄວາມຕາຍ ມີເລື່ອງເລົ່າລືກັນມາຈາກສັດຕະວັດທີ່ 14 ກ່ຽວກັບການຄົ້ນຫາ(ລ່າ)ສົມບັດໃນເວລານັ້ນ ນອກຈາກເລື່ອງເລົ່າລືກັນຈາກສັດຕະວັດທີ 14 ທີ່ໄດກ່າວມາແລ້ວຍັງມີເລື້ອງລາວອື່ນໆອີກໃນລະຫວ່າງປີ 1964-1965 ມີຄົນຈຳນວນໜຶ່ງໄດ້ຄົ້ນຄວ້າໂດຍການຂື້ນເທິງຈອມຜາແລ້ວຢ່ອນໂຕລົງດ້ວຍເຊືອກລົງມາຕາມໜ້າຜາແຕ່ພໍມາຮອດບ່ອນທີ່ຄິດວ່າມີຄຳແຕ່ກໍ່ລົງໄປບໍ່ໄດ້ເພາະເປັນຫີນຜາຊັນ ຢ່ອນໂຕເບີ່ງກໍ່ບໍ່ເຫັນບໍ່ຈະແຈ້ງ ຍ້ອນໜໍ່ຄຳນັ້ນຢູ່ຫ່າງຈາກໜ້າ ຜາຫຼາຍເຕີບ ເລື່ອງຕ່າງໆນີ້ມີສ່ວນເຮັດໃຫ້ໜໍ່ຄຳມີຄວາມລືກລັບຂຶ້ນອີກ.
ໃນເລື່ອງການຂື້ນເອົາໜໍ່ຄຳຢູ່ໜ້າຜານີ້ແມ່ນມີຫຼາຍຄົນພາກັນເຮັດຂັ້ນໄດຍາວຂຶ້ນໄປພ້ອມໆກັນ ເພື່ອຍາດຊິງເອົາຄຳແຕ່ສູງຂຶ້ນໄປໃກ້ໜໍ່ຄຳຍິ່ງເຮັດໃຫ້ຄົນດັ່ງກ່າວໜ້າມືດຕາມົວເປັນວິນຕາລາຍເຫັນລຳໄມ້ເປັນງູ, ເຫັນຕອກມັດເປັນຂີ່ເຂັບ ຈຶ່ງເອົາພ້າຟັນໄມ້ດັ່ງກ່າວ ເຮັດໃຫ້ຜູ້ຄົນທີ່ຂຶ້ນໄປນັ້ນຕົກລົງມາຕາຍເປັນຈຳນວນຫຼວງຫຼາຍ ເຊິ່ງຄົນທີ່ຕາຍເຫຼົ່ານັ້ນໄດ້ຖືກນຳໄປຝັງລວມໄວ້ໃນຂຸມດຽວກັນ ແລ້ວກໍ່ທາດກວມປາກຂຸມນັ້ນໄວ້ ເຊິ່ງປະຊາຊົນໃນເຂດນັ້ນເອີ້ນວ່າ ຫຼັງທາດ ເຊິ່ງມີປະກົດເຫັນຮ່ອງຮອຍດັ່ງກ່າວ ອລະ ເລົ່າລືກັນມາຈົນຮອດປະຈຸບັນ. ຕາມການເລົ່າລືມາແຕ່ບູຮານນະການວ່າ ມີນົກອິນຊີໃຫຍ່ໂຕໜຶ່ງມາຈັບຜາທີ1 ຜານັ້ນເລີຍທໍ່ລົງ(ຕໍ່າລົງໆ)ເຂົາເຈົ້າເລີຍເອີ້ນວ່າ ຜາທໍ່ ຫຼືຜາທໍ່ໜໍ່ຄຳ ຈົນມາເຖິງປະຈຸບັນ.
.
ຈົ່ງຊ່ວຍກັນຮັກສາ ມໍລະດົກທາງທໍາມະຊາດນີ້ໄວ້ ໃຫ້ຢູ່ຄູ່ຮອດ ຮຸ່ນລູກ ຮຸ່ນຫຼານ