• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ວິໄສທັດປີ 2023 ອີໂວ້ ຄືືທີ 1, ພ້ອມຮ່ວມສົ່ງເສີມ+ພັດທະນາກິລາລາວກັບ ຫຼາຍໆພາກສ່ວນ

ອີໂວ້ ສູນຈໍາໜ່າຍເຄື່ອງກີລາທີ່ເປັນຜະລິດຕະພັນຂອງຄົນລາວ 100% ສືບຕໍ່ສົ່ງເສີມ ແລະ ພັດທະນາວົງການກີລາລາວຢ່າງຕໍ່ເນື່ອງ ຫຼ້າເມື່ອວັນທີ 28 ກຸມພາ 2023 ທີ່ ອີໂວ້ ສາຂາ ສີດໍາດວນ ນະຄອນຫຼວງວງຽງຈັນ ໄດ້ເຊັນສັນຍາສະໜັບສະໜູນວົງການກີລາລາວຢ່າງເປັນທາງການ 10 ກວ່າພາກສ່ວນ ແລະ ນັກກີລາ+ນັກຮ້ອງ+ນັກສະແດງອີກຫຼາຍໆຄົນ ປະຈໍາປີ 2023.

ໂອກາດດັ່ງກ່າວ ທ່ານ ບູ້ສະໄໝ ບຸດທະວົງ ອຳນວຍການຝ່າຍການຕະຫຼາດ-ການຂາຍ ອີໂວ້ ສູນຈໍາໜ່າຍ ກ່າວວ່າ: ປີ 2023 ພວກເຮົາກໍສືບຕໍ່ພັດທະນາວົງການກີລາລາວ ໂດຍພວກເຮົາມີວິໄສທັດປີ 2023 ແມ່ນ “ ສູນຜະລິດ ແລະ ຈໍາໜ່າຍເຄື່ອງກີລາ ອັນດັບ 1 ຂອງປະເທດ ທີ່ຄົນຊົມໃຊ້ຫຼາຍທີ່ສຸດ ”, ສ່ວນ ຈຸດປະສົງ ແລະ ເປົ້າໝາຍ ມີດັ່ງນີ້:

-ເປັນສູນຈໍາໜ່າຍເຄື່ອງກີລາອັນດັບ 1 ຂອງປະເທດ
-ຍົກລະດັບແບຣນ ໃຫ້ເປັນພຣີມຽນ
-ສ້າງແບຣນໃຫ້ເຂົ້າສູ່ຕະຫຼອດແຟຊັນ
-ສະໜອງສິນຄ້າໃຫ້ພຽງພໍກັບຕະຫຼາດໃນທົ່ວປະເທດ

-ສ້າງໂຕແທນໃຫ້ຫຼາຍຂຶ້ນໃຫ້ໄດ້ທັງໝົດ 50 ຮ້ານຄ້າທົ່ວປະເທດ
-ເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ ໂດຍສະເພາະ ເຄື່ອງແຟຊັນ ແລະ ອຸປະກອນກີລາ
-ສ້າງແບຣນຄຽງຄູ່ກັບ ຜູ້ທີ່ມີອິດທິພົນທາງສັງຄົມ ( KOL ແລະ KOC ) ບັນດາກິດຈະກໍາທີ່ມີຜົນກະທົບດ້ານດີຕໍ່ສັງຄົມວົງກວ້າງ

-ສົ່ງຜະລິດຕະພັນຂາຍໃນ 5 ປະເທດທົ່ວໂລກເຊັ່ນ: ສະຫະລັດອາເມຣິກາ, ສປ ຈີນ, ຫວຽດນາມ, ສິງກະໂປ ແລະ ໄທ
-ສ້າງພາບລັກເປັນແບຣນລາວອັນດັບ 1 ແລະ ມີສ່ວນຮ່ວມກັບວົງການກີລາລາວ.

ສໍາລັບ ໃນທ້າຍພິທີ ອີໂວ້ ໄດ້ມີການລົງນາມເຊັນສັນຍາກັບພາກສ່ວນຕ່າງໆຄື: ສະຫະພັນບານເຕະແຫ່ງຊາດລາວ, ສະຫະພັນບານແລ່ນ-ລານແຫ່ງຊາດລາວ, ສະຫະພັນອີສະປອດແຫ່ງຊາດລາວ, ສະຫະພັນເປຕັງແຫ່ງຊາດລາວ, ສະໂມສອນບານເຕະ ນໍ້າທາ ຢູໄນເຕັດ, ສະໂມສອນບານເຕະ ຈໍາປາສັກ ເອັຟຊີ, ສະໂມສອນບານເຕະ ວຽງຈັນ ເອັຟຊີ, ທີມ ອີໂວ້ ອີສະປອດ, ທີມອີຣັນ, ພະແນກຂ່າວພາຍໃນ ໂທລະພາບແຫ່ງຊາດ ແລະ ຜູ້ສ້າງແຮງຈູໃຈ ( Influencer ).

ນອກນັ້ນ, ກໍຍັງລົງເຊັນສັນຍາສະໜັບສູນສູນບຸກຄົນກໍຄື: ນັກກີລາ, ນັກຮ້ອງ ແລະ ນັກສະແດງລາວບໍ່ເຊັ່ນ: ທ່ານ ຄໍາພຸດ ສົມບູນ ( ຕູ້ພຸດ ), ທ່ານ ອານຸສັນ ໄຊສາ ນັກແລ່ນ-ລານ, ວິລະພອນ ພຸດທະວົງ ນັກແຂ່ງລົດຖີບຄົນພິການ, ວຽງນະຄອນ ປານນຸວົງ, ອາທິສັກ ຣັຕະນະວົງ ນັກຮ້ອງ, ແກ້ວວຽງເພັດ ລິດທິເດດ ນັກເຕະ, ແສງພະຈັນ ບຸນທິສານ ນັກເຕະ, ບຸນທະວີ ສີປະສົງ ນັກເຕະ, ພູມຊະນະ ສີລິວົງສາ ນັກຮ້ອງ-ນັກສະແດງ, ແກ້ວອຸດອນ ສຸວັນນະສັງໂສ ນັກເຕະ, ນາງ ໂບລີ້ງ ດວງຄີລີ ນັກເຕະຍິງທີມຊາດລາວ, ນາງ ຕຸກຕາ ມຸກດາ, ພູວຽງ ພູມສະຫວັດ ນັກເຕະ ແລະ ພັດທະນາ ພົມມະເທບ ນັກເຕະ.
ຂ່າວ-ຮູບ: Larh Creators

\

Leave a Reply

Your email address will not be published. Required fields are marked *