ການແຂ່ງຂັນບານເຕະ ຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 20 ປີຮອບຄັດເລືກກຸ່ມ C ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ກໍຈະເປີດສາກຂຶ້ນຢ່າງເປັນທາງການແລງຂອງມື້ນີ້ 10 ກັນຍາ 2022 ປາກົດວ່າ: ຢູ 20 ລາວ ເອົາຊະນະ ກວມ ໄປຕາມຄາດ 3-0
ນັດດັ່ງກ່າວ ກ່ອນລົງສະໜາມ 11 ຕົວຈິງຂອງ ທີມຊາດລາວ ໄດ້ຊູເສື້ອຂອງ ດາໝົດ ທອງຄໍາສະຫວັດ ກອງກາງຕົວສໍາຄັນ ທີ່ພາດໂອກາດຮັບໃຊ້ທີມຊາດລາວ ຊຸດນີ້ ເນືີ່ອງຈາກໄດ້ຮັບບາດເຈັບ ( ເບິ່ງລາຍລະອຽດຄລິບ)
ສໍາລັບ ທີມຊາດລາວ ແມ່ນຈັດຢູ່ກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ ແລະ ກວມ ໂດຍຜົນນັດທໍາອິດ ທີມຊາດລາວ ເອົາຊະນະ ກວມ 3-0 ( ເບິ່ງຄລິບເພີ່ມຕື່ມ)
ເຊິ່ງຕາຕະລາງ ການແຂ່ງຂັນນັດທີ່ເຫຼືອຂອງ ທີມຊາດລາວ ມີດັ່ງນີ້ິ້:
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ