• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ມື້ນີ້ເປັນມື້ສັນວັນດີຂອງ ຊາວອາກຊິງຕິນ ຄວ້າໄດ້ເຖິງ 3 ລາງວັນໃນງານປະກາດລາງວັນຂອງ ຟີຟາ

ກາຍເປັນວັນທີ່ຍິ່ງໃຫຍ່ທີ່ສຸດຂອງຊາວອາເຈນຕິນາ ໃນວົງການບານເຕະຫຼັງ ລິໂອເນລ ເມສຊີ ກອງໜ້າທີມຊາດອາເຈນຕິນາ ທີ່ເປັນສ່ວນສໍາຄັນພາທີມຄວ້າແຊັມບານໂລກ 2022 ໃຫ້ຊາວອາເຈນຕິນາ ໄດ້ສະຫຼອງຢ່າງຍິ່ງໃຫຍ່ໄປກ່ອນໜ້ານີ້ແລ້ວ ແລະ ຫຼ້າສຸດໄດ້ຖືກເລືອກໃຫ້ຄວ້າລາງວັນນັກເຕະຊາຍດີເດັ່ນ ຫຼື ເດິ ເບສ ຟີຟາ ເມັນສ໌ ເພລເຢີ ໃນງານປະກາດລາງວັນ ເດິ ເບສ ຟີຟາ ຟຸດບອລ ອະວອດສ໌ ປະຈໍາປີ 2022 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເມື່ອວັນຈັນທີ 27 ກຸມພາ 2023.

ຍັງບໍ່ພໍເທົ່ານັ້ນ ລິໂອເນລ ສະກາໂລນີ ຜູ້ຈັດການທີມຊາດອາເຈນຕິນາ ກໍຄວ້າລາງວັນຜູ້ຈັດການທີມດີເດັ່ນ ຫຼື ເດິ ເບສ ຟີຟາ ເມັນສ໌ ໂຄຊ ຈາກຜົນງານພາທີມຊາດອາເຈນຕິນາ ຄວ້າແຊັມບານໂລກ 2022 ເຊັ່ນກັນ

ຍັງບໍພໍອີກ ແຟນບານທີມຊາດອາເຈນຕິນາຍັງຖືກເລືອກໃຫ້ຄວ້າລາງວັນ ຟີພາ ແຟນ ອະວອດ ອີກດ້ວຍ ເຊິ່ງມັນສະແດງເຖິງຄໍ່າຄືນທີ່ຍິ່ງໃຫຍ່ຂອງຊາວອາກຊັງຕິນ ບໍ່ວ່າຈະເປັນນັກເຕະ, ຄູຝຶກ ແລະ ແຟນບານຊາວອາເຈນຕິນາ ທົ່ວໂລກ.

ສ່ວນລາງວັນອື່ນໆທີ່ໜ້າສົນໃຈມີດັ່ງນີ້:
-ນັກຕະຍິງດີເດັ່ນ: ອະເລັກ ປູເຕຢາສ ນັກເຕະຊາວແອັດສະປາຍ ຈາກສະໂມສອນ ບາເຊໂລນາ
-ຜູ້ຮັກສາປະຕູດີເດັ່ນ: ເອມິເລຍໂນ ມາຕິເນຊ ຊາວອາເຈນຕິນາ ຈາກສະໂມສອນ ແອັສຕັນ ວິລລາ
-ຜູ້ຮັກສາປະຕູຍິງດີເດັ່ນ: ແມຣີ ເອິບສ໌ ຊາວອັງກິດ ຈາກສະມໂສອນ ແມນເຊັສເຕີ ຢູໄນເຕັດ

-ຜູ້ຈັດການທີມຍິງດີເດັ່ນ: ຊາລີນາ ວີກມັນ ຂອງທີມຊາດອັງກິດ
-ປະຕູດີເດັ່ນ ( ປຸສກັສ ອະວອດ ): ມາຊິນ ໂອເລັກຊີິ ນກເຕະບານຄົນພິການຊາວໂປໂລຍ
-ລາງວັນພິເສດ: ເປເລ່ ຕໍານານນັກເຕະຊາວບຣາຊິນ ທີ່ເສຍຊີວິດໄປແລ້ວ.
ຂ່າວ: Larh Creators

Leave a Reply

Your email address will not be published. Required fields are marked *