ຂ່າວສານແຮງງານແລະສະຫວັດດີການສັງຄົມລາຍງານໃນວັນທີ28ກຸມພາວ່າ: ແຮງງານລາວ 144 ຄົນ ອອກເດີນທາງໄປເຮັດວຽກຢູ່ ເມືອງຢາງຈູ ແລະ ເມືອງຊັງຢອງ ປະເທດສ.ເກົາຫຼີ.
ຂໍອວຍພອນໃຫ້ທຸກຄົນເດີນທາງດ້ວຍຄວາມສະຫວັດດີພາບ ຕັ້ງໃຈເຮັດວຽກ-ສ້າງຊື່ສຽງດ້ານດີໃຫ້ແກ່ແຮງງານລາວ-ປະເທດລາວ, ເກັບທ້ອນເງິນໃຫ້ໄດ້ ແລ້ວກັບມາພັດທະນາຄອບຄົວ ແລະ ປະເທດຊາດຂອງພວກເຮົາ.
ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມນຳສົ່ງແຮງງານຈຳນວນ 144 ຄົນ ຈາກເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ເມືອງກາສີ ແຂວງວຽງຈັນ ໄປເຮັດວຽກລະດູການ ຂະແໜງການກະສິກຳ ຢູ່ ເມືອງຢາງຈູ ແລະ ເມືອງຊັງຢອງ ປະເທດເກົາຫຼີໃຕ້
ກ່ອນໜ້ານັ້ນລະຫວ່າງວັນທີ 8 – 9 ກຸມພາ 2023ທີ່ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ. ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ຈັດສົ່ງແຮງງານລາວ ໄປເຮັດວຽກລະດູການ ທີ່ເມືອງເມຍຢ່າງ ແລະ ເມືອງ ຊັງຈອງ ປະເທດ ສ.ເກົາຫລີ ຈຳນວນ 80 ຄົນ