ແກ້ວອຸດອນ ສຸວັນນະສັງໂສ ກາຍເປັນຜູ້ຮັກສາປະຕູຄົນທໍາອິດຄວ້າ Man of the match ລາວລີກ 2023 ຫຼັງພາ ກອງທັບ ເອັຟຊີ ຢັນສະເໝີ ເອສະຣາ ເອັຟຊີ 2023 ເມື່ອວັນທີ 25 ກຸມພາ 2023.
ສະໂມສອນ ກິລາ ບານເຕະ ເອສະຣາ ພົບ ສະໂມສອນ ກິລາບານເຕະ ກອງທັບ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ເມື່ອວັນທີ 25 ກຸມພາ 2023 ເປັນການແຂ່ງຂັນອາທິດທີ 2 ເຊິ່ງນັດດັ່ງກ່າວ ເອສະຣາ ເອັຟຊີ ຄຸມເກມໄດ້ຢ່າງຕໍ່ເນື່ອງ ແລະ ໄດ້ໂອກາດຍິງຫຼາຍຄັ້ງ, ແຕ່ເດັ່ນທີ່ສຸດຄື ແກ້ວອຸດອນ ຜູ້ຮັກສາປະຕູຂອງ ກອງທັບ ເອັຟຊີ ປ້ອງກັນໄດ້ຫຼາຍຈັງຫວະ ຖືວ່າມີສ່ວນຮ່ວມໃນເກມຫຼາຍທີ່ສຸດໃນນັດດັ່ງກ່າວ ເຊິ່ງລາຍລະອຽດທີ່ຄລິບລຸ່ມນີ້:
ນອກນັ້ນ, ແກ້ວອຸດອນ ຍັງຊ່ວຍໃຫ້ກອງທັບ ລົງສະໜາມໄປ 2 ນັດມີ 2 ຄະແນນຈາກຜົນສະເໝີທັງ 2 ນັດຢູ່ອັນດັບທີ 4 ຂອງຕາຕະລາງຄະແນນລວມ.
ສໍາລັບ ແກ້ວອຸດອນ ປັດຈຸບັນ ອາຍຸ23 ປີເລີ່ມຕົ້ນເປັນນັກເຕະຂອງ ສະໂມສອນກອງທັບ ເບິ່ງປະຫວັດຂອງນັກເຕະຄົນນີ້ເພີ່ມຕື່ມທີ່ຄລິບລຸ່ມນີ້: