• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ມອບ-ຮັບ 3 ອາຄານປິ່ນປົວ ແລະ ວິເຄາະ ພະຍາດໂຄວິດ-19 ໃຫ້ແກ່ຂະແໜງການສາທາລະນະສຸກ ເພື່ອນໍາໃຊ້ໃນການປິ່ນປົວພະຍາດຊຶມເຊື້ອ

ສູນຂ່າວສານການແພດສຸຂະສຶກສາລາຍງານວ່າ: ທະນາຄານໂລກ ມອບ-ຮັບ 3 ອາຄານປິ່ນປົວ ແລະ ວິເຄາະ ພະຍາດໂຄວິດ-19: ໂຮງໝໍເມືອງໂພນທອງ ແຂວງຈໍາປາສັກ, ໂຮງໝໍແຂວງອັດຕະປື ແລະ ໂຮງໝໍແຂວງເຊກອງ, ໃຫ້ແກ່ຂະແໜງການສາທາລະນະສຸກ ເພື່ອນໍາໃຊ້ໃນການປິ່ນປົວພະຍາດຊຶມເຊື້ອ, ພະຍາດວັນນະໂຣກ, ແລະ ພະຍາດທາງລະບົບຫາຍໃຈອື່ນໆ ເພື່ອຮັບໃຊ້ການບໍລິການດ້ານສຸຂະພາບໃຫ້ແກ່ປະຊາຊົນ.


ດັ່ງ​ນັ້ນ ໃນວັນທີ 24 ກຸມພາ 2023 ທີ່​ຜ່ານ​ມາ​ນີ້, ພະແນກສາທາລະນະສຸກແຂວງຈໍາປາສັກ ໄດ້ຈັດພິທີມອບ-ຮັບ ອາຄານປິ່ນປົວ ແລະ ວິເຄາະ ພະຍາດໂຄວິດ-19 ເຊິ່ງພິທີຈັດຂື້ນຢູ່ທີ່ໂຮງໝໍເມືອງໂພນທອງ ແຂວງຈໍາປາສັກ ໂດຍການ​ເຂົ້າຮ່ວມ​ຂອງ ທ່ານ ປອ ດຣ ບຸນເສີດ ແກ້ວປະສິດ ຫົວໜ້າໂຄງການ ກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ທ່ານ ນາງ ມາຣຽມ ເຊີມານ ຜູ້ອໍານວຍການທະນາຄານໂລກປະຈໍາປະເທດລາວ, ມຽນມາ ແລະ ຫວຽດນາມ, ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງ ເຊກອງ ແລະ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ.


ອາຄານປິ່ນປົວ ແລະ ວິເຄາະ ພະຍາດໂຄວິດ-19 ທັງ 3 ແຫ່ງນີ້ ສ້າງຂຶ້ນໃນຊ່ວງການລະບາດຂອງພະຍາດໂຄວີດ-19 ແລະ ສໍາເລັດໃນເດືອນ ມັງກອນ 2023.ມູນຄ່າການກໍ່ສ້າງ ແມ່ນ 2,6 ລ້ານໂດລາສະຫະລັດ ພາຍໃຕ້ການສະໜັບສະໜູນຈາກທະນາຄານໂລກ ເປັນເງິນຊ່ວຍເຫຼືອລ້າ 6 ແສນໂດລາສະຫະລັດ ແລະ ງົບປະມານຈາກໂຄງການກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ອີກ 2 ລ້ານໂດລາ ສະຫະລັດ.


ອາຄານທັງ 3 ເປັນອາຄານທີ່ທັນສະໄໝ ແລະ ໄດ້ຜ່ານການຮັບຮອງດ້ານວິຊາການຈາກອົງການອະນາໄມໂລກ ສ້າງຂຶ້ນເພື່ອເປັນສູນປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ພະຍາດຕິດຕໍ່ທາງລະບົບຫາຍໃຈ. ສູນໂພນທອງ ມີທັງໝົດ 22 ຕຽງ, ອັດຕະປື 24 ຕຽງ ແລະ ເຊກອງ 20 ຕຽງ ແລະ ປະກອບດ້ວຍຫ້ອງປິ່ນປົວມໍລະສຸມ, ຫ້ອງປິ່ນປົວຄົນເຈັບ ແລະ ຫ້ອງວິເຄາະ.


ເຖິງແມ່ນວ່າພະຍາດໂຄວີດ-19 ຈະກາຍເປັນພະຍາດປົກກະຕິໄປແລ້ວ ແຕ່ໃນອະນາຄົດ ອາຄານສະຖານທີ່ແຫ່ງນີ້ຈະສາມາດຮັບໃຊ້ການປິ່ນປົວຂອງພະຍາດຊຶມເຊື້ອ, ພະຍາດວັນນະໂຣກທີ່ດື້ຕໍ່ຢາ, ຫຼື ພະຍາດທາງລະບົບຫາຍໃຈອື່ນໆ ເຊິ່ງເປັນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ການບໍລິການດ້ານສຸຂະພາບໃຫ້ແກ່ປະຊາຊົນ ແຂວງຈໍາປາສັກ, ອັດຕະປື ແລະ ເຊກອງ.

Leave a Reply

Your email address will not be published. Required fields are marked *