ຕອນແລງວັນທີ 24 ກຸມພາ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສືມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2023.
ທ່ານກ່າວວ່າ: ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກຸມພາ 2023 ໄດ້ດຳເນີນ ໃນວັນທີ 24 ກຸມພາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດ ຖະບານ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະ ຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ໃນວາລະທີ 1.ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບວຽກງານພົ້ນເດັ່ນ ຂອງລັດຖະບານ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ 2023 ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2023 ຂອງລັດຖະບານ; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ການຕ່າງປະເທດ; ການແກ້ໄຂບັນຫາອັດຕາແລກປ່ຽນ ແລະ ເງິນເຟີ້; ການຄວບຄຸມລາຄາສິນຄ້າ; ການຊຸກຍູ້ການຜະລິດລະດູແລ້ງ; ການປະກາດປີທ່ອງທ່ຽວລາວ 2023-2024 ແລະ ການກະກຽມຕ້ອນຮັບນັກທ່ອງທ່ຽວ. ກອງປະຊຸມ ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ 2023 ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2023 ຂອງລັດຖະບານ ໄປປັບປຸງ ແລະ ຮຽບຮຽງຄືນ ໃຫ້ມີເນື້ອໃນລະອຽດຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ.
ພ້ອມກັນນີ້, ໄດ້ຊີ້ນຳໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນມີນາ 2023 ແລະ ສືບຕໍ່ເປັນເຈົ້າການ ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ອຸປະສັກຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດວຽກງານທີ່ຂະແໜງການ ແລະ ທ້ອງຖິ່ນຂອງຕົນຮັບຜິດຊອບ ເປັນຕົ້ນ ການຄວບຄຸມລາຄາສິນຄ້າ, ອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້; ການອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ, ການຂົນສົ່ງສິນຄ້າ ແລະ ໂດຍສານ; ການບໍລິການທ່ອງທ່ຽວ;
ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອການສົ່ງອອກ ຢ່າງມີຈຸດສຸມ, ມີຕົ້ນທຶນການຜະລິດຕໍ່າ ແລະ ຂາຍໄດ້ລາຄາດີ; ການຊໍາລະສະສາງ ຂອງບັນດາໂຄງການລົງທຶນ ຜ່ານລະບົບບັນຊີທະນາ ຄານ ໃນ ສປປ ລາວ; ການກະກຽມເປັນປະ ທານກອງປະຊຸມສຸດຍອດອາຊຽນ ໃນປີ 2024; ລວມທັງ ການຕິດຕາມ ຄຳເຫັນ, ຄຳສະເໜີຂອງສັງຄົມ ແລະ ກວດກາແກ້ໄຂ ຕາມຄວາມເປັນຈິງ. ພ້ອມທັງ ມີກົນໄກຕິດຕາມ, ກວດກາ, ຊຸກຍູ້ ແລະ ລາຍງານຄວາມຄືບໜ້າ ຜົນການຈັດຕັ້ງປະຕິບັດ ໃຫ້ລັດຖະບານ ໃນແຕ່ລະໄລຍະ ຢ່າງເປັນປົກກະຕິ.