ເທັນ ຮາກ ກາຍເປັນຜູ້ຈັດການຄົນທໍາອິດທີ່ເຮັດໄດ້ນໍາ ແມນຢູ ປົດລ໊ອກຊະນະ ບາເຊໂລນາ ໄດ້ຄັ້ງທໍາອິດຮອບ 14 ປີ ຕໍ່ຈາກ ເຊີ ອະເລັກ ເຟີກູສັນ ຕໍານານຜູ້ຈັດການທີມຊາວສະກອດແລນ ຫຼັງຈາກທີ່ວັນທີ 23 ກຸມພາ 2023 ພາ ແມນເຊັສເຕີ ຢູໄນເຕັດ ບຽດເອົາຊະນະ ບາເຊໂລນາ 2-1 ພ້ອມສິດຜ່ານເຂົ້າຮອບ 16 ທີມສຸດທ້າຍບານເຕະ ຢູໂຣປາລີກ.
ນອກນັ້ນ, ເອຣິກ ເທນ ຮາກ ຍັງພາ ແມນເຊັສເຕີ ຢູໄນເຕັດ ຊະນະ ບາເຊໂລນາ ໄດ້ເປັນຄັ້ງທໍາອິດນັບແຕ່ປີ 2008 ທີ່ເອົາຊະນະໄປໄດ້ 1-0 ຈາກການຍິງຂອງ ພອລ ສະໂຄລສ໌ ຕໍານານກອງກາງທີມຊາດອັງກິດ ລວມທັງມີອີກໜຶ່ງສະຖິຕິທີ່ໂດດເດັ່ນນັ້ນຄື ໄດ້ປະຕູຈາກນັກເຕະຕົວສໍາຮອງ 19 ປະຕູໃນທຸກລາຍການຂອງລະດູການນີ້ອີກດ້ວຍ ເຊິ່ງຫຼາຍທີ່ສຸດໃນບັນດາທີມຈາກ 5 ລີກໃຫຍ່ຂອງເອີຣົບ ລະດູການ 2022-2023.