• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ສະໝັກເລີຍ ພະນັກງານ ຈຸຫ້ອງໂດຍສານ ຈຳນວນ 20 ຕຳແໜ່ງ

ລັດວິສາຫະກິດການບິນລາວ ມີຄວາມຕ້ອງການຮັບສະໝັກ ພະນັກງານ ຈຸຫ້ອງໂດຍສານ ຈຳນວນ 20 ຕຳແໜ່ງ !
ເງື່ອນໄຂ

1 ສັນຊາດລາວ, ສະຖານະພາບໂສດ, ອາຍຸລະຫວ່າງ 18 – 25 ປີ.
2 ມີບຸກຄະລິກກະພາບ ແລະ ຮູບຮ່າງໜ້າຕາດີ, ມີຄວາມໝັ້ນໃຈໃນຕົວເອງ.
3 ມີມະນຸດສໍາພັນດີ ແລະ ບໍ່ມີລາຍສັກ.

4 ມີສຸຂະພາບແຂງແຮງ ຕາມມາດຕະຖານຂອງພະນັກງານຈຸຫ້ອງໂດຍສານ.
5 ມີລວງສູງ 160 cm ຂຶ້ນໄປ ແຕ່ບໍ່ໃຫ້ເກີນ 175 cm (ສໍາລັບເພດຍິງ) ແລະ 165 cm ຂຶ້ນໄປ ແຕ່ບໍ່ໃຫ້ເກີນ 185 cm (ສໍາລັບເພດຊາຍ).
6 ມີນໍ້າໜັກສົມສ່ວນຕາມມາດຖານເງື່ອນໄຂທີ່ກໍານົດຄື ເອົາລວງສູງຂອງຮ່າງກາຍລົບໃຫ້ 100 ສໍາລັບເພດຊາຍ, ລວງສູງລົບໃຫ້ 105 ສໍາລັບເພດຍິງ (ຫຼຸດ ຫຼື ລື່ນ ບໍ່ໃຫ້ເກີນ 2 ກິໂລ).

ມາດຖານ
1 ລະດັບວັດທະນາທໍາຈົບຊັ້ນ ມ.ປາຍ ຂຶ້ນໄປ.
2 ມີຄວາມສາມາດໃນການສື່ສານພາສາຕ່າງປະເທດໃນລະດັບທີ່ດີ ເຊັ່ນ: ພາສາອັງກິດ(ເປັນຫຼັກ), ພາສາຈີນ ແລະ ພາສາເກົາຫຼີ.
3 ມີຄວາມສາມາດໃນການໃຊ້ຄອມພິວເຕີໃນລະດັບດີຂຶ້ນໄປ.
4 ມີຄວາມກະຕືລືລົ້ນ, ຮັກໃນການເຮັດວຽກບໍລິການ, ຊື່ສັດ, ອົດທົນ, ສາມາດເຮັດວຽກເປັນທີມ, ເປັນຜຽນໝູນວຽກກັນທັງກາງເວັນ-ກາງຄືນ ແລະ ເຮັດວຽກພາຍໃຕ້ຄວາມກົດດັນຈາກຜູ້ໂດຍສານໄດ້.

5 ມີຄວາມຮັບຜິດຊອບສູງ, ມີລະບຽບວິໄນສູງ ແລະ ມີຄວາມສາມັກຄີກັບເພື່ອນຮ່ວມງານໄດ້ດີ.
6 ສາມາດເຮ້ດວຽກວັນເສົາ-ອາທິດ ຫຼື ຕາມການມອບໝາຍຂອງບໍລິສັດ.
7 ມີປະຫວັດຈະແຈ້ງ, ບໍ່ເຄີຍພົວພັນກັບຢາເສບຕິດ ແລະ ບໍ່ຖືກສານຕັດສິນຄະດີມາກ່ອນ.
8 ມີທີ່ພັກອາໄສ ແລະ ພາຫະນະທຽວວຽກກຸ້ມຕົນເອງ.

ການຄັດເລືອກ ແມ່ນສອບເສັງ ແລະ ສໍາພາດ ທາງດ້ານຄວາມຮູ້ທົ່ວໄປ ພາສາອັງກິດ, ພາສາຈີນ ແລະ ພາສາເກົາຫຼີ.
ສະຖານທີ່ເຮັດວຽກແມ່ນໃຫ້ບໍລິການຜູ້ໂດຍສານໃນຖ້ຽວບິນ ແລະ ບັນດາສະໜາມບິນ ທີ່ລັດວິສາຫະກິດ ການບິນລາວ ບິນເຊື່ອມຈອດ.

ເອກະສານປະກອບໃນການສະໝັກ
1 ໃບສະເໜີຂໍເຂົ້າເຮັດວຽກ (ພົວພັນເອົານໍາ ພະແນກຈັດຕັ້ງ ແລະ ພະນັກງານ ຫຼື ດາວໂຫຼດອອນລາຍ) 01 ສະບັບ.
2 ຊີວະປະຫວັດຫຍໍ້ ເປັນພາສາລາວ 01 ສະບັບ.
3 Curriculum Vitae (CV) 01 ສະບັບ.

4 ໃບປະກາດສະນີຍະບັດການສຶກສາ, ວິຊາຊີບ ແລະ ໃບຜ່ານງານ(ຖ້າມີ) 01 ສະບັບ.
5 ໃບຢັ້ງຢືນທີ່ຢູພ້ອມຕິດຮູບຂະຫນາດ 3×4 ທີ່ຖ່າຍບໍ່ເກີນ 01 ເດືອນ 01 ສະບັບ.
6 ໃບແຈ້ງໂທດ 01 ສະບັບ.
7 ໃບຢັ້ງຢືນການກວດສຸຂະພາບ ບໍ່ເກີນ 03 ເດືອນ 01 ສະບັບ.

8 ໃບຢັ້ງຢືນການຮັບປະກັນຈາກຜູ້ປົກຄອງ ຫຼື ຄອບຄົວ 01 ສະບັບ.
9 ສໍາເນົາບັດປະຈໍາຕົວ ຫຼື ສໍາມະໂນຄົວ.
ສາມາດພົວພັນເອົາແບບຟອມສະໝັກໄດ້ທີ່ ລັດວິສາຫະກິດການບິນລາວ,ສຳນັກງານໃຫຍ່ສະໜາມບິນວັດໄຕ,ພະແນກຈັດຕັ້ງ ແລະ ພະນັກງານ ໂທ: 021 513150, 020 22018863, 020 55799577, 020 22216547 ຫຼື ດາວໂຫຼດແບບຟອມທີ່ https://bit.ly/LaoAirlinesCrew ຫຼື ສະແກນທີ່ QR ໃນພາບ.

Leave a Reply

Your email address will not be published. Required fields are marked *