ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023 ໄດ້ເປີດສາກຂຶ້ນຢ່າງເປັນທາງການເມື່ອທ້າຍອາທິດ ທີ່ຜ່ານມາ ເຊິ່ງຜ່ານການແຂ່ງຂັນປາກົດວ່າ: ວັນນະສອນ ດວງໄມຕີ ກັບ AYUKAWA YUKUHIRO 2 ນັກເຕະຈາກ ມາສເຕີ 7 ເອັຟຊີ ຢຶດຜູ້ນໍາຕໍາແໜ່ງດາວຍິງສູງສຸດ ຫຼັງຍິງໄປຄົນລະ 2 ປະຕູຊ່ວຍໃຫ້ ມາສເຕີ 7 ເອັຟຊີ ເອົາຊະນະ ຈໍາປາສັກ 4-0.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ອາທິດທໍາອິດ ຈັດຂຶ້ນລະຫວ່າງວັນທີ 18-19 ກຸມພາ 2023 ມີການແຂ່ງຂັນ 4 ຄູ່ປາກົດວ່າ: ມີ 11 ປະຕູເກີດຂຶ້ນຈາກ 9 ນັກເຕະຄື: ( ເບິ່ງລາຍລະອຽດທີ່ຄລິບ )
ໂດຍ 3 ອັນດັບທໍາອິດມີຄື: ວັນນະສອນ ດວງໄມຕີ ຍິງ 2 ປະຕູຊ່ວຍໃຫ້ ມາສເຕີ 7 ເອັຟຊີ ເອົາຊະນະ ຈໍາປາສັກ 4-0 ຢຶດຜູ້ນໍາຮ່ວມກັບ AYUKAWA YUKUHIRO ຍິງ 2 ປະຕູຊ່ວຍໃຫ້ ມາສເຕີ 7 ເອັຟຊີ ເອົາຊະນະ ຈໍາປາສັກ 4-0, ສ່ວນອັນດັບ 3 ບຸນພະຈັນ ບຸນກອງ ຍິງ 1 ປະຕູຊ່ວຍໃຫ້ ຊ້າງນ້ອຍ ເອັຟຊີ ເອົາຊະນະ ນໍ້າທາ ຢູໄນເຕັດ 2-0
ຮູບຈາກ: Lao League 1 ລາວລີກ 1 ແລະ Master7 FC