ໃນທີ່ສຸດການແຂ່ງຂັນບານເຕະ ຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 20 ປີຮອບຄັດເລືກກຸ່ມ C ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ກໍຈະເປີດສາກຂຶ້ນຢ່າງເປັນທາງການແລງຂອງມື້ນີ້ 10 ກັນຍາ 2022 ປາກົດວ່າ: ຢູ 20 ລາວ ເອົາຊະນະ ກວມ ໄປຕາມຄາດ 3-0
.
ສໍາລັບ ທີມຊາດລາວ ແມ່ນຈັດຢູ່ກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ ແລະ ກວມ ເຊິ່ງຈາກຜົນການຈັບສະຫຼາກແມ່ນຢູ່ໃນກຸ່ມທີ່ໜັກທີ່ສຸດ ຢ່າງໃດກໍຕາມ, ນັດທໍາອິດຖືວ່າເປັນນັດທີ່ເບົາທີ່ສຸດຂອງ ທີມຊາດລາວ ກໍວ່າໄດ້ຖ້າທຽບໃສ່ທີມໃນກຸ່ມ ແລະ ຜົນການແຂ່ງຂັນກໍ່ເປັນໄປຕາມຄາດ ທີມຊາດລາວ ເອົາຊະນະ ກວມ 3-0 ແຕ່ກະໜ້າເສຍດາຍ ທີມຊາດລາວ ໜ້າຈະຍິງປະຕູໄດ້ຫຼາຍກວ່ານີ້ ເພາະເປັນຝ່າຍບຸກ ແລະ ຍິງໃສ່ ກວມ ຢ່າງຕໍ່ເນື່ອງ ແຕ່ບໍ່ຄົມເທົ່າທີ່ຄວນ ຈິ່ງໄດ້ພຽງ 3 ປະຕູ ( ເບິ່ງຄລິບເພີ່ມຕື່ມ)
ເຊິ່ງຕາຕະລາງ ການແຂ່ງຂັນນັດທີ່ເຫຼືອຂອງ ທີມຊາດລາວ ມີດັ່ງນີ້ິ້:
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ
ເຊິ່ງທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ໂດຍການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸສະເບກິສຖານ ໃນປີ 2023.
ແຟນບານນັດນີ້
ແຟນບານນັດນີ້
ແຟນບານນັດນີ້
ແຟນບານນັດນີ້