• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ເລີ່ມແລ້ວ! ວາງສີລາລຶກໂຄງການກໍ່ສ້າງຕຶກອະເນກປະສົງແຄນຄູ່(ໄລຍະທີ1-ຕຶກຕິບເຂົ້າ) ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ເມືອງໂຂງ ແຂວງຈຳປາສັກ

ສູນຂ່າວຊາວພາກໃຕ້ ລາຍງານວ່າ: ພິທີວາງສີລາລຶກໂຄງການກໍ່ສ້າງຕຶກແຄນຄູ່ອະເນກປະສົງແຄນຄູ່(ໄລຍະທີ1-ຕຶກຕິບເຂົ້າ)ເຂດພັດທະນາເສດຖະກິດໃໝ່ ສີທັນດອນໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2023 ທີ່ເຂດພັດທະນາເສດຖະກິດໃໝ່ ບ້ານທ່າຄໍ້ ເມືອງໂຂງ ແຂວງຈຳປາສັກ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປລາວ.


ໃນພິທີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວມີຄຳເຫັນວ່າ: ແຂວງຈຳປາສັກໄດ້ຮັບອະນຸຍາດຈາກລັດຖະບານ ໄດ້ມີການສາ້ງຕັ້ງເຂດເສດຖະກິດພິເສດແລ້ວ 4 ເຂດ ຊື່ງເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໜຶ່ງໃນ4ເຂດເສດຖະກິດພິເສດ ທີ່ໄດ້ຮັບອະນຸຍາດລົງທຶນຈາກລັດຖະບານແຫ່ງ ສປປ ລາວ ແລະ ໄດ້ຮັບການສ້າງຕັ້ງ ໃນຄັ້ງວັນທີ 23 ສິງຫາ 2018, ເຊັນສັນຍາພັດທະນາໂຄງການ ໃນຄັ້ງວັນທີ 30 ສິງຫາ 2018 ມີມູນຄ່າການລົງທຶນ: 1.330 ລ້ານໂດລາສະຫະລັດ ມີອາຍຸສຳປະທານ 50 ປີ ເຊິ່ງເປັນໂຄງການທີ່ໃຫຍ່ຂອງແຂວງຈຳປາສັກ.

ຖ້າຫາກໂຄງການດັ່ງກ່າວນີ້ ຈັດຕັ້ງປະຕິບັດ ສໍາເລັດຕາມແຜນການ ທີ່ວາງໄວ້ ຈະສາມາດສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ຊາວແຂວງຈຳປາສັກ ແລະ ທັງເປັນການສ້າງຖານລາຍຮັບທີ່ໝັ້ນຄົງຖາວອນໃຫ້ແກ່ປະເທດຊາດ ກໍຄືແຂວງຈຳປາສັກ ຕາມແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດກໍ່ຄືສອງວາລະຂອງແຂວງ ໃນການແກ້ໄຂບັນຫາດ້ານເສດຖະກິດ-ການເງິນໄດ້ເປັນຢ່າງດີ.

ເພື່ອເປັນທິດທາງໃຫ້ຜູ້ພັດທະນາ, ຜູ້ລົງທຶນໄດ້ຄົ້ນຄວ້າ ໃນຕໍ່ໜ້າ,ເຈົ້າແຂວງຈຳປາສັກຍັງໄດ້ມີບາງຄຳເຫັນຕື່ມອີກເພື່ອຮັບປະກັນໃຫ້ແກ່ການພັດທະນາການມີສະຖຽນລະພາບຕ້ອງຮັບປະກັນທາງດ້ານວຽກງານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າພາຍໃນຊາດ ກໍຄືແຂວງຈຳປາສັກແມ່ນເປັນພື້ນຖານສໍາຄັນໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ ພ້ອມທັງຜັກດັນໃຫ້ທຸກການເຄື່ອນໄຫວໃຫ້ຖຶກຕ້ອງ ຢູ່ພາຍໃຕ້ການຄຸ້ມຄອງ, ສອດຄ່ອງ ຕາມລະບຽບກົດໝາຍ ຂອງ ສປປ ລາວ,ສົ່ງເສີມ ແລະ ດຶງດູດການລົງທຶນ.

ພ້ອມດຽວກັນນັ້ນກໍ່ຍັງໄດ້ຊຸກຍູ້, ສົ່ງເສີມການລົງທຶນໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາລົງທຶນຢູ່ພາຍໃນແຂວງຈຳປາສັກ ຂອງພວກເຮົາ ເວົ້າລວມ, ເວົ້າສະເພາະກໍຄື ບັນດາເຂດເສດຖະກິດພິເສດແຂວງ ຈຳປາສັກ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເຮັດໃຫ້ເສດຖະກິດພາຍໃນແຂວງໄດ້ຮັບການພັດທະນາຢ່າງຕໍ່່ເນື່ອງ ແລະ ເປັນໄປຕາມໂຄງປະກອບເສດຖະກິດໄດ້ຫັນ ປ່ຽນໄປຕາມທິດ, ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ.


ເຊື່ອໝັ້ນວ່າ ໂຄງການພັດທະນາເຂດພັດທະນາເສດຖະກິດໃໝ່ສີທັນດອນ ຈະສ້າງການປຽນແປ່ງໃຫມ່ທາງດ້ານເສດຖະກິດ, ວັດທະນະທໍາສັງຄົມອັນຍິງໃຫ່ຍທາງປະຫວັດສາດ, ເປັນໃບໜ້າໃບຕາໃຫ້ແກ່ ພັກ ແລະ ລັດຖະບານຢ່າງເອກອ້າງທະນົງໃຈ ແລະ ການກໍ່ສ້າງຕືກແຄນຄູ່ໃນຄັ້ງນີ້ ນອກຈາກເປັນໂຄງການທີ່ຍິ່ງໃຫຍ່ແລ້ວ ຍັງເປັນໂຄງການທີ່ສະແດງໃຫ້ເຫັນເຖິງຄວາມເປັນເອກະລັກສະເພາະຂອງຊາດລາວ.

Leave a Reply

Your email address will not be published. Required fields are marked *