• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ວາງສີລາລືກສໍາລັບວຽກງານກໍ່ສ້າງລະບົບບໍາບັດນໍ້າເປື້ອນ ແລະ ຂີ້ຕະເລດອາຈົມ​ ຢູ່ນະຄອນປາກເຊ​

22​ ກຸມພາ​ 2023 ໄດ້ພິທີວາງສີລາລືກວຽກງານກໍ່ສ້າງລະບົບບໍາບັດນໍ້າເປື້ອນແບບບໍ່ລວມສູນ ແລະ ບໍາບັດຂີ້ຕະເລດອາຈົມ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ພາຍໃຕ້ໂຄງການສ້າງຄວາມອາດສາມາດໃນການຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບປັບປຸງສິ່ງແວດລ້ອມ​ ຢູ່ນະຄອນປາກເຊ ແຂວງຈຳປາສັກ.​

ພິທີ​ຈັດຂຶ້ນ​ຢູ່ບ້ານ​ປາກເຊ​ ນະຄອນປາກເຊ​ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ)​,​ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈໍາປາສັກ, ທ່ານ ນາງ ມຽນ​ ຈີນ ຄີມ ຫົວໜ້າອົງການຮ່ວມມືສາກົນ KOICA ສ.​ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ໂຣວັນ ເຟຣເຊີ ຫົວໜ້າຫ້ອງການສະຖາບັນເຕີບໂຕສີຂຽວປະຈໍາ ສປປ ລາວ, ທ່ານ​ ບົວລີ ເພັດສົງຄາມ ເຈົ້າ​ນະຄອນປາກເຊ, ທ່ານ​ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ,​ ທ່ານ ຈັນວິສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ,​ ທ່ານ ວັນສະແຫວງ ອຸດທະຈັກ ຮອງຫົວໜ້າກົມນໍ້າປະປາ ກະຊວງ​ ຍທຂ.​ ມີບັນດາທ່ານການນໍາຈາກຂັ້ນສູນກາງ,​ ຈາກກະຊວງ ຍທຂ, ການນຳຂອງແຂວງ, ການນໍາພະແນກການອ້ອມຂ້າງແຂວງ, ລັດວິສາຫະກິດນ້ໍາປະປາແຂວງ, ນະຄອນປາກເຊ, ນາຍບ້ານ 5 ບ້ານທີ່ນອນໃນໂຄງການ,​ ບໍລິສັດທີ່ປຶກສາ,​ ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ​ ແຂກຖືກເຊີນ ເຂົ້າຮ່ວມ.


ໂຄງການດັ່ງກ່າວ​ ຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ແຂວງຈຳປາສັກ​ ໂດຍໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານ ສ.ເກົາຫຼີ ໂດຍຜ່ານອົງການຮ່ວມມືສາກົນ KOICA​ ມູນຄ່າທັງໝົດ 6,​78 ລ້ານໂດລາສະຫະລັດ,​ ໄລຍະການຈັດຕັ້ງປະຕິບັດໂຄງການ ເລີ່ມແຕ່ປີ 2019 – 2023 (ໄລຍະເວລາທັງໝົດ 3 ປີ 9 ເດືອນ) ເພື່ອເສີມສ້າງຄວາມອາດສາມາດໃນການຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບປັບປຸງສິ່ງແວດລ້ອມຕົວເມືອງ​ ທັງປັບປຸງຄວາມອາດສາມາດໃຫ້ແກ່ກົມນໍ້າປະປາ ກະຊວງ​ ຍທຂ,​ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ໃນການຄຸ້ມຄອງ ແລະ ພັດທະນາວຽກງານສຸຂາພິບານ ໃຫ້ກາຍເປັນຕົວເມືອງສີຂຽວ;

ປັບປຸງການເຂົ້າເຖິງການບໍລິການເກັບມ້ຽນຂີ້ເຫຍື້ອ ແລະ ການຫັນເອົາຂີ້ເຫຍື້ອໃຫ້ກາຍເປັນທຸລະກິດ; ປັບປຸງການເຂົ້າເຖິງການບໍລິການ ແລະ ການຄຸ້ມຄອງວຽກງານສຸຂາພິບານ ໂດຍສະເພາະແມ່ນການບໍາບັດນໍ້າເປື້ອນ ເຊິ່ງວຽກກໍ່ສ້າງລະບົບບໍາບັດນໍ້າເປື້ອນ ແລະ ລະບົບບໍາບັດຂີ້ຕະເລດ ແມ່ນກິດຈະກໍາໜຶ່ງ ຂອງໂຄງການ ໂດຍແມ່ນ ສະຖາບັນເຕີບໂຕສີຂຽວ ສາກົນ ເປັນຜູ້ຈັດຕັ້ງປະຕິບັດ ເຊິ່ງກົມນໍ້າປະປາ ກະຊວງ​ ຍທຂ ເປັນຜູ້ຄຸ້ມຄອງ. ງົບປະມານສໍາລັບວຽກກໍ່ສ້າງລະບົບບໍາບັດນໍ້າເປື້ອນ ແລະ ລະບົບບໍາບັດຂີ້ຕະເລດ ຢູ່ນະຄອນປາກເຊ​ ມີມູນຄ່າ 1.048.524 ໂດລາສະຫະລັດ.​

ຂ່າວ​-ພາບ​: ທູນທອງໃຈ​

Leave a Reply

Your email address will not be published. Required fields are marked *