• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ສົນໃຈສະໝັກດ່ວນຕ້ອງການແຮງງານເພີ່ມປະມານ 500 ຄົນ

ຢ່ານັ່ງຄິດໜັກເລື່ອງບໍ່ມີວຽກເຮັດງານທຳ ມີຄຳເວົ້າໃຫ້ທຸກຄົນຈື່ຈຳໄວ້ “ບໍເລືອກງານບໍ່ຍາກຈົນ” ໃຜທີ່ຍັງວ່າງງານຢູ່ ແອັດຂໍແນະນຳທີ່ນີ້ເລີຍ! ສະຖານທີ່ຢູ່ລາວບໍຕ້ອງແລ່ນເອກະສານໃຫ້ຫຍຸ້ງຍາກ ຢາກກັບບ້ານມື້ໃດບໍ່ຕ້ອງຄິດງໍ້.

No photo description available.

ທີ່ກຳລັງເວົ້າເຖິງນີ້ຄື ໂຮງງານລາວຄວາລາຕີ ຈຳກັດ ຈຳກັດຜູ້ດຽວ ເລີີ່ມສ້າງແຕ່ປີ 2012 ຈົນເຖິງປະຈຸບັນ ລົງທຶນໂດຍຊາວຍີ່ປຸ່ນເຊີ່ງເປັນ ທຸລະກິດຜະລິດວິກຜົມ ສົ່ງອອກຂາຍຕ່າງປະເທດ.ນັບຕັ້ງແຕ່ປີ 2018 ທີ່ໄດ້ເລີ່ມເຊັນບົດບັນທຶກການຮ່ວມມືລະຫວ່າງ ສະຖາບັນພັດທະນາສີມືແຮງງານ ແລະ ບໍລິສັດ ລາວຄວາລາຕີ ຈໍາກັດຜູ້ດຽວຈົນເຖິງປະຈຸບັນແມ່ນມີຄວາມສຳເລັດໄປຫຼາຍບາດກ້າວ ໄດ້ຊ່ວຍໃຫ້ ນ້ອງໆແມ່ຍິງໄດ້ມີວຽກເຮັດງານທຳມີລາຍຮັບທີ່ໝັ້ນຄົງ ແລະ ທາງສະຖາບັນພັດທະນາສີມືແຮງງານໄດ້ສະໜອງແຮງງານໃຫ້ທາງໂຮງງານລາວຄວາລາຕີຫຼາຍກວ່າ 2500ຄົນ.

No photo description available.

ແຕ່ປະຈຸບັນທາງໂຮງງານຍັງຕ້ອງການແຮງງານເພີ່ມປະມານ 500 ຄົນ, ຜູ້ທີ່ມີຄວາມສົນໃຈ ແມ່ນສາມາດຕິດຕໍ່ໄດ້ທີ່ເບີໂທ ຫຼື ວອດແອັບ 020 58448281 , 020 55015393 ແລະ 021 319039.  ບໍລິສັດຕັ້ງຢູ່ : ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ, ມີສາຂາ ຕັ້ງຢູ່ ນະຄອນໄກສອນ, ແຂວງສະຫວັນນະເຂດ

May be an image of 2 people and people sitting

ສຳລັບກຳລັງຜະລິດຂອງບໍລິສັດໄດ້ຫຼາຍກວ່າ: 30,000 ອັນຕໍ່ປີ ເຊິ່ງຄວາມຕ້ອງການຂອງຕະຫຼາດຍັງມີຫຼາຍກວ່າ ປະຈຸບັນມີແຮງງານທັງໝົດ ຈຳນວນ: 1053 ຄົນ, ຍິງ1045 ຄົນ ສະຫວັດດີການ ຕໍ່ພະນັກງານ : ມີຫໍພັກ, ມີຕຽງນອນ, ຜ້າຫົ່ມ, ໝອນ, ມຸ້ງຟີຣ, ເຂົ້າກິນ3 ຄາບຟຣີ (ເຂົ້າໜຽວ – ເຂົ້າຈ້າວ),ອາຫານແມ່ນຊື້ເອງ, ນໍ້າປະປາ, ໄຟຟ້າຟຣີ, ມີຈັກຊັກຜ້າໃຫ້ໃຊ້ຟຣີ, ແລະ ປະກັນສັງຄົມເພື່ອໃຫ້ກັບພະນັກງານທຸກຄົນ, ມີແພດປະຈຳຢູ່ໂຮງງານ, ທຸກໆເດືອນ ຈະມີການຈັດງານວັນເກີດໃຫ້ກັບພະນັກງານ, ມີງານລ້ຽງປະຈຳປີ (ວັນແມ່ຍິງ, ປີໃໝ່ສາກົນ).

May be an image of 4 people and indoor

ສ່ວນລາຍໄດ້ສະເລ່ຍຂອງພະນັກງານຜະລິດ: ເງິນເດືອນພື້ນຖານຂອງພະນັກງານ: 1,600,000ກີບລວມລາຍຮັບອື່ນໆຂອງພະນັກງານ ສະເລ່ຍ: 2,000,000 – 4,700,000ກີບ / ເດືອນ
May be an image of 3 people and people sitting

Leave a Reply

Your email address will not be published. Required fields are marked *