• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ຊົມເຊີຍ ທໍາມະສັກ ໄດ້ທີ 1 ຮອບຄັດເລືອກ ກ່ອນຄວ້າສິດຮ່ວມ ສິງ ອີສານ ໂອເພັນ ຮອບສຸດທ້າຍ

ຖືວ່າເປັນອີກໜຶ່ງຂ່າວທີ່ໜ້າຍິນດີຂອງຊາວລາວທັງປະເທດ ໂດຍສະເພາະວົງການກ໊ອຟດົນໆຈະມີແບບນີ້ ຫຼ້າສຸດ ທໍາມະສັກ ບົວຫອມ ນັກກ໊ອຟຊາວລາວ ທີ່ຫຼາຍຄົນຮູ້ຈັກກັນດີໃນນາມໂປຣກ໊ອຟ ຫຼື ກ໊ອຟອາຊີບຈາກ ສປປ ລາວ ຫຼ້າສຸດສ້າງຊື່ສຽງໃຫ້ກັບປະເທດຊາດ ຫຼັງສາມາດຄວ້າອັນດັບ 1 ຮ່ວມກັບ ນັກກ໊ອຟຈາກ ສ ເກົາຫຼີ ໃນຮອບຄັດເລືອກການແຂ່ງຂັນກ໊ອຟລາຍການ ສິງ ອີສານ ໂອເພັນ 2023 ພ້ອມຄວ້າສິດ 1 ໃນ 12 ຄົນເຂົ້າໄປແຂ່ງຂັນຮອບສຸດທ້າຍ ລະຫວ່າງວັນທີ 23-26 ກຸມພາ 2023 ທີ່ສະໜາມສິງ ປາກ ຂອນແກ່ນ ກ໊ອຟ ຄລັບ ປະເທດໄທ.

ຕາມການລາຍງານຂອງເພຈ໌ບຸກ All Thailand Golf Tour ລາຍງານວ່າ: ການແຂ່ງຂັນຮອບຄັດເລືອກແຂງຂັນ 18 ຂຸມທີ່ສະໜາມສິງປາກ ຂອນແກ່ນ ກ໊ອຟ ຄລັບ ພາ 72 ເມື່ອວັນຈັນທີ 20 ກຸມພາ 2023 ມີນັກກ໊ອຟເຂົ້າຮ່ວມທັງໝົດ 121 ຄົນ ໂດຍຈະຄັດເອົານັກກ໊ອຟພຽງ 12 ຄົນທີ່ມີຜົນງານດີທີ່ສຸດຜ່ານເຂົ້າໄປຫຼິ້ນໃນຮອບສຸດທ້າຍ ເພື່ອຊີງເງິນລາງວັນລວມ 3 ລ້ານບາດ ພ້ອມຄະແນນສະສົມຈັດອັນດັບໂລກອີກດ້ວຍ.

ຜ່ານການແຂ່ງຂັນປາກົດວ່າ: ທໍາມະສັກ ບົວຫອມ ນັກກ໊ອຟຊາວລາວ ແລະ ຄິມ ຊັງຮຸນ ນັກກ໊ອຟຈາກ ສ ເກົາຫຼີ ທີ່ເກັບຄະແນນໄດ້ 5 ອັນເດີພາເທົ່າກັນ ຄວ້າອັນດັບ 1 ຮ່ວມ, ສ່ວນອັນດັບ 2 ຕົກເປັນຂອງ ວູນ ຢູມິນ ນັກກ໊ອຟຈາກ ມາເລເຊຍ. ຂະນະທີ່ ອັນດັບ 3 ຮ່ວມເປັນຂອງ ສັກສິດ ໃຈຮັກ ນັກກ໊ອຟຈາກໄທ ແລະ ກາເວນ ກຣີນ ນັກກ໊ອຟຈາກ ມາເລເຊຍ ເກັບໄດ້ຜູ້ລະ 3 ອັນເດີພາເທົ່າກັນ.

ລາຍລະອຽດເບິ່ງຕາມຄລິບລຸ່ມນີ້ເພີ່ມຕື່ມ:

Leave a Reply

Your email address will not be published. Required fields are marked *