• Fri. Jun 2nd, 2023

Lao Sport Update

ຮອບດ້ານວົງການກິລາ

ບໍລິສັດເອັນເນີຈີ ດີເວີລອບເມັ້ນ ກຽມລົງມືສ້າງໂຮງງານປຸງແຕ່ງນໍ້າມັນ ດ້ວຍກຳລັງການຜະລິດເບື້ອງຕົ້ນ 120 ລ້ານລິດຕໍ່ປີ

Media Laos ລາຍງານວ່າ: ທ່ານ ພອນປະເສີດ ທຳມະວົງສາ ປະທານບໍລິສັດເອັນເນີຈີ ດີເວີລອບເມັ້ນ ກ່າວເມື່ອບໍ່ດົນຜ່ານມາວ່າ: ໂຄງການກໍ່ສ້າງໂຮງງານປຸງແຕ່ງນໍ້າມັນ ແມ່ນນອນຢູ່ໃນເຂດເສດຖະກິດພິເສດແຂວງຄຳມ່ວນ ມີເນື້ອທີ່ 23 ເຮັກຕາ (ໂຮງງານ, ສາງນໍ້າມັນ ແລະ ກິດຈະການປິ່ນອ້ອມ).

ໂຄງການດັ່ງກ່າວ ມີມູນຄ່າການກໍ່ສ້າງທັງໝົດ 100 ລ້ານໂດລາສະຫະລັດ ເຊິ່ງຈະໄດ້ເລີ່ມລົງມືກໍ່ສ້າງ ໃນໄວໆນີ້ ແລະ ຄາດວ່າຈະໃຊ້ເວລາໃນການກໍ່ສ້າງສຳເລັດປະມານ 15 ເດືອນ, ໂດຍນໍາໃຊ້ອຸປະກອນໂຮງກັ່ນທີ່ທັນສະໄໝ ທີ່ມີມາດຕະການຮັກສາລະບົບສິ່ງແວດລ້ອມຕາມມາດຕະຖານສາກົນ.

ໂຮງງານແຫ່ງນີ້ ມີຄວາມສາມາດປຸງແຕ່ງນໍ້າມັນໃນໄລຍະທີ 1 ຈໍານວນ 120 ລ້ານລິດຕໍ່ປີ ແລະ ມີເປົ້າໝາຍສູງສຸດຢູ່ທີ່ 500 ລ້ານລິດ ແລະ 1.000 ລ້ານລິດ ໃນໄລຍະທີ 2 ແລະ ໄລຍະທີ 3 ຫຼື ອີກ 5 ປີໃນຕໍ່ໜ້າ.

ໃນນີ້ປະກອບມີນໍ້າມັນກາຊວນ ກວມເອົາ 80%, ນໍ້າມັນແອັດຊັງ 15% ແລະ ນໍ້າມັນເຕົາ 5% ສາມາດປັບໂຄງສ້າງລາຄານໍ້າມັນໄດ້ 7-12% ເຊິ່ງຈະເຮັດໃຫ້ລາຄານໍ້າມັນຖືກລົງ.

Leave a Reply

Your email address will not be published. Required fields are marked *