• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ພົນເອກ ຈັນສະໝອນ ຈັນຍາລາດ ລົງຕິດຕາມກວດກາການຕິດຕັ້ງເຄື່ອງຈັກອຸປະກອນ ການສ້ອມແປງຟື້ນຟູລົດ,ການປະກອບບົວລະບັດລົດຢູ່ ໂຮງງານມິດຕະພາບລາວ-ຫວຽດນາມ ແລະ ສາງກົນຈັກ2

Lao people’s Army News ລາຍງານວ່າ: ໃນວັນທີ 9 ກັນຍາ 2022 ນີ້, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລົງຕິດຕາມກວດກາການຕິດຕັ້ງເຄື່ອງຈັກອຸປະກອນການສ້ອມແປງຟື້ນຟູລົດ,ການປະກອບບົວລະບັດລົດຢູ່ໂຮງງານມິດຕະພາບລາວ-ຫວຽດນາມ ແລະ ສາງກົນຈັກ 2 ເຊິ່ງໄດ້ຮັບການຊ່ວຍເຫຼືອ ທາງດ້ານເຕັກນິກການທະຫານຈາກ ສ.ຣັດເຊຍ.

ໃຫ້ການຕ້ອນຮັບໂດຍສະຫາຍ ພົນຕີ ຄຣາຍຢຽບ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດຣັດເຊຍປະຈຳ ສປປ ລາວ, ມີສະຫາຍ ພົນຕີ ປະສິດທ່ຽງທໍາ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ,ຫົວໜ້າກົມໃຫຍ່ເຕັກນິກກອງທັບ ,ມີຄະນະນໍາກະຊວງ,ກົມວິຊາສະເພາະ, ຫ້ອງການ,ຄະນະຊ່ຽວຊານ ສ.ຣັດເຊຍ ແລະ ຂະແໜງການທີກ່ຽວຂ້ອງເຂົ້າຮ່ວມ.


ສະຫາຍ ການຢາເຊ໊ບ ມີຄາອິລ ນິໂກລາຍ ວິຊາການຊ່ຽວຊານ ສ.ຣັດເຊຍ ໄດ້ລາຍງານໂດຍຫຍໍ້ກ່ຽວກັບແຜນການຕິດຕັ້ງເຄື່ອງຈັກ, ວາງຕາຂ່າຍລະບົບໄຟຟ້າ, ລະບົບທໍ່ນໍ້າ ແລະ ລະບົບລົມ ແລະ ສິ່ງອຳນວຍຄວາມສະດວກອື່ນໆຢ່າງລະອຽດຜ່ານການເຮັດວຽກ ຂອງຄະນະຊ່ຽວຊານ ສ.ຣັດເຊຍ ຮ່ວມກັບພະນັກງານເຕັກນິກການທະຫານໃນກອງທັບກໍ່ພົບທັງຂໍ້ສະດວກ ແລະ ຄວາມຫຍຸ້ງຍາກ ແຕ່ດ້ວຍຄວາມບຸກບືນຮ່ວມມືກັນ ຂອງພະນັກງານວິຊາການ ຂອງທັງ 2 ຝ່າຍເຮັດໃຫ້ການຕິດຕັ້ງເຄື່ອງຈັກ,ເຄື່ອງມື,ອຸປະກອນວັດຖຸອາໄຫຼ່ຊະນິດຕ່າງໆໄດ້ສຳເລັດເປັນທີ່ໜ້າເພິ່ງພໍໃຈແລະມີຄຸນນະພາບພ້ອມທັງມີຄວາມຮັບປະກັນດີ,ຄຽງຄູ່ກັບວຽກຕິດຕັ້ງອຸປະກອນເຕັກນິກການທະຫານແລະການອົບຮົມໃນເວລາຊ່ວງໄລຍະເວລາສັ້ນພຽງແຕ່ເດືອນກ່ວາກໍ່ໄດ້ດຳເນີນສ້ອມແປງຟື້ນຟູລົດອຸປະກອນເຕັກນິກການທະຫານສຳເລັດຕາມຈຸດປະສົງແລະຄາດໝາຍໃນ3 ຄັນຢ່າງສົມບູນ ແລະ ຈະດຳເນີນສືບຕໍ່ອົບຮົມນຳໃຊ້ອຸປະກອນພ້ອມທັງສ້ອມແປງຕົວຈິງໃຫ້ແກ່ພະນັກງານໃນກອງທັບປະຊາຊົນລາວຈົນກ່າວຈະມີຄວາມຊຳນານຄ່ອງແຄ້ວ.

ນອກນັ້ນເພື່ອໃຫ້ໂຮງງານມິດຕະພາບລາວ-ຫວຽດນາມນີ້ມີຄວາມສາມາດສ້ອມແປງໃຫຍ່,ພາຫານະກົນຈັກໜັກໄດ້ຢ່າງມີຄຸນນະພາບຍັງຈະສືບຕໍ່ຊ່ວຍສະໜອງເຄື່ອງມື,ເຄື່ອງຈັກອີກໃຫ້ຄົບຖ້ວນຕາມແຜນການ.ສືບຕໍ່ປັບປຸງແບບແຜນວິທີ່ເຮັດວຽກໃຫ້ສອດຄ່ອງກັບເຕັກນິກການທະຫານ,ເທັກໂນໂລຢິສາຍໃຍການສ້ອມແປງ, ຈັດຕັ້ງແບ່ງງານມອບໝາຍໜ້າທີ່ໃຫ້ແຕ່ລະຂະແໜງການແລະບຸກຄົນຮັບຜິດຊອບຕາມພາລະບົດບາດຂອງຕົນຢ່າງຈະ ແຈ້ງຮັບປະກັນໃນການຂັບເຄື່ອນເຕັກນິກການທະຫານໃຫ້ມີຄຸນນະພາບ.

.

ຈາກນັ້ນ ສະຫາຍ ພັນໂທ ລອນສີ ທໍາມະວົງ ຮອງຫົວໜ້າອໍານວຍການໂຮງງານມິດຕະພາບລາວ-ຫວຽດນາມຜູ້ຮັບຜິດຊອບພາກສະໜາມກໍ່ໄດ້ຂຶ້ນລາຍງານແຜນການຈັດວາງສາຍໃຍຂອງການຕິດຕັ້ງເຄື່ອງຈັກໃນໂຮງງານ ແລະ ນໍາພາຄະນະລົງກວດກາອຸປະກອນ ການສ້ອມແປງ,ຟື້ນຟູແລະ ລົດທີ່ສ້ອມແປງສຳເລັດແລ້ວອີກຈໍານວນໜື່ງ.


ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍ່ໄດ້ສະແດງຄວາມຂອບໃຈ ພ້ອມ​ທັງ​ຍ້ອງຍໍຊົມເຊີຍຕໍ່​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງ ສອງ​ປະເທດ ກໍ່ຄືສອງກະຊວງປ້ອງກັນປະເທດລາວ-ຣັດເຊຍ ນັບ​ມື້​ໄດ້​ຮັບ​ການ​ເສີມຂະຫຍາຍ​ໃນ​ຫຼາຍ​ດ້ານ ເພື່ອ​ປະກອບສ່ວນ​ຊຸກຍູ້ສົ່ງເສີມ​ການ​ພົວພັນຮ່ວມ​ມື​ທີ່​ດີງາມລະຫວ່າງລາວ-ຣັດເຊຍ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆຂຶ້ນ.

Leave a Reply

Your email address will not be published. Required fields are marked *