• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ການກໍ່ສ້າງຊົນລະປະທານນໍ້າປົວບ້ານ ເມືອງປົວ ເມືອງວຽງໄຊ ແຂວງຫົວພັນ ຈະສຳເລັດໃນເດືອນເມສາຈະມາເຖິງນີ້

ວັນທີ 20 ກຸມພາ 2023ນີ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງກວດກວດກາຄວາມຄືບໜ້າວຽກງານໂຄງການກໍ່ສ້າງ ສ້ອມແປງລະບົບຄອງເໝືອງ ຊົນລະປະທານນ້ຳປົວ ແລະ ຂົວຂ້າມນ້ຳປົວ 2 ແຫ່ງ ບ້ານເມືອງປົວ ເມືອງວຽງໄຊ ແຂວງຫົວພັນ ນຳໂດຍທ່ານ ໄຈເພັດ ເຮືອງຖາວອນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີທ່ານ ສີ ພູນຄຳ ຮອງເຈົ້າເມືອງເມືອງວຽງໄຊ , ມີຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ພ້ອມດ້ວຍບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.


ໂຄງການກໍ່ສ້າງຊົນລະປະທານນຳ້ປົວເມືອງ ວຽງໄຊ ແມ່ນໂຄງການໜື່ງທີ່ໄດ້ຮັບທຶນ ສະໜັບສະໜູນຈາກໂຄງການ ພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ຄຸ້ມຄອງອ່າງໂຕ່ງ ແບບຢືນຢົງ , ເຊິງມີມູນຄ່າການກໍ່ສ້າງຊົນລະປະທານຕາມສັນຍາ 468.136 ໂດລາ(ສີ່ແສນຫົກສິບແປດພັນໜື່ງຮ້ອຍສາມສິບຫົກກ່ວາໂລດາສະຫະລັດ), ມູນຄ່າການກໍ່ສ້າງຂົວ 2 ແຫ່ງ ຕາມສັນຍາ 139.932ໂດລາ ( ໜຶ່ງແສນສາມສິບເກົ້າພັນເກົ້າຮ້ອຍສາມສິບສອງໂດລາສະຫະລັດ)ໂດຍແມ່ນບໍລິສັດອະພິສິດ ວິສະວະກຳກໍ່ສ້າງຈຳກັດເປັນຜູ້ຮັບເມົາກໍ່ສ້າງ.

ໂຄງການດັ່ງກ່າວເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງ ວຽງໄຊ ກວມເອົາ 6 ບ້ານຄື: ບ້ານ ເມືອງ ປົວ, ບ້ານນາມ່າວ, ບ້ານ ໂຮມພັນ, ບ້ານ ນາສາ , ບ້ານ ປຸ່ງປົວ ແລະ ບ້ານ ໂພນທອງ ເພື່ອຕອບສະໜອງນ້ຳໃຫ້ແກ່ເນື້ອທີ່ນາໄດ້ທັງໝົດ 68 ກວ່າເຮັກຕາ ແລະ ຍົກສູງສະມັດຕະພາບຂອງການຜະລິດປູກເຂົ້າ ແລະ ປູກພືດລະດູແລ້ງ ໃຫ້ກາຍເປັນສິນຄ້າ ສ້າງລາຍຮັບໃຫ້ແກ່ປະຊາຊົນໃຫ້ນັບມື້ດີຂຶ້ນ.

ໂຄງການໄດ້ ເລີ່ມລົງມືກໍ່ສ້າງ ໃນເດືອນ ຕຸລາປີ 2022 ມາຮອດປະຈຸບັນ ແມ່ນໄດ້ກໍ່ສ້າງລຳເລັດແລ້ວ 40 ເປີເຊັນຂອງມູນຄ່າທັງໝົດຂອງໜ້າວຽກຄອງເໝືອງ, ລະບົບການກໍ່ສ້າງຄອງເໝືອງແມ່ ມີຂະໜາດ 80 ຄູນ 80 ຊັງຕີແມັດ, ມີຄວາມຍາວທັງໝົດ 3 ພັນ ກ່ວາແມັດ, ຄອງເໝືອງ ຂັ້ນ 2 ມີຂະໜາດ 70 ຄູນ 60 ຊັງຕີແມັດ ມີຄວາມຍາວທັງໝົດ 2 ພັນກ່ວາແມັດ ໜ້າວຽກກໍ່ສ້າງຂົວຈຸດບ້ານເມືອງປົວມີຄວາມຍາວທັງໝົດ 40 ແມັດ, ຈຸດບ້ານໂຮມພັນ ຍາວ 30 ແມັດກໍ່ສ້າງສຳເລັດແລ້ວ 57 ເປີເຊັນຂອງໜ້າວຽກ.ເພື່ອເຮັດໃຫ້ແຕ່ລະໜ້າວຽກການກໍ່ສ້າງໃຫ້ສຳເລັດຕາມແຜນ ບໍລິສັດ ແມ່ນຈະໄດ້ເອົາໃຈໃສ່ສືບຕໍ່ປັບປຸງບາງສ່ວນທີ່ຍັງບໍ່ໄດ້ຕາມຄາດໝາຍ ແລະ ກະກຽມວັດສະດຸໃຫ້ພຽງພໍ ແຜນການ ພາຍໃນເດືອນ ເມສາ 2023 ແມ່ນຈະໃຫ້ສຳເລັດ 100 %

ທີ່ມາ:Media Laos

Leave a Reply

Your email address will not be published. Required fields are marked *