• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຮັກນິລັນ ຍິ່ງນານວັນຍິ່ງຫວານ ຄູ່ນີ້ ແອັບເປີ້ນ-ຟຸກ ເຂີຍໄທໄພ້ລາວ

ຄູ່ຮັກເຂີຍໄທໃພ້ລາວ ຄູ່ຮັກ 2 ຝັ່ງຂອງ ລົງພາບ 11 ປີກ່ອນ ແລະ ປັດຈຸບັນ ຫຼາຍຄົນຕ່າງຢາກມີໂມເມັນແບບນີ້

.

ມີຮັກຮັກຍືນຍາວຕ້ອງຍົກໃຫຄູ່ນີ້ 16 ປີຍັງຫວານບໍ່ປ່ຽນເລີຍ ສາວແອັບເປີ້ນກັບບ່າວຟລຸກ ທັງສອງຄົບກັນຊັ່ງຊາໝາກຫົວໃຈຂອງກັນແລະກັນຍາວນານ 11 ປີກ່ອນຈະຕັດສິນໃຈເປັນທອງແຜ່ນດຽວກັນ ແລະຕອນນີ້ມີພະຍານຮັກໄປແລ້ວ 2 ຄົນ ຄືນ້ອງຈູນີ່ ແລະຈູນ່າ ແຕ່ຄວາມຫວານບໍ່ໄດ້ຈືດຈາງລົງແຕ່ຢ່າງໃດ ກົງກັນຂ້າມຄືຈັ່ງວ່າຍັງຮັກກັນກວ່າເກົ່າດ້ວຍຊ້ຳໄປ.

ຫຼ້າສຸດທັງສອງຫາກໍ່ຮ່ວມສະຫຼອງວັນແຫ່ງຄວາມຮັກປີທີ 16 ປີຢ່າງໂຣແມນຕິກເທິງຕຶກສູງໃຈກາງເມືອງກຸງເທບ ງານນີ້ເຮັດໃຫ້ແຟນໆທີ່ຕິດຕາມຄອຍເຂີນໄປນຳຢ່າງບໍ່ໄດ້ຕັ້ງໃຈ.

.

ຈັ່ງໃດກໍ່ຂໍໃຫ້ຮັກໆກັນແບບນີ້ໄປຕະຫຼອດການເດີ້ ຄວາມຮັກຄືສິ່ງສວຍງາມຖ້າຮັກເປັນດູແລກັນໄດ້ກໍ່ເປັນສະຫວັນແຫ່ງເມືອງຄົນທີທຸກຄົນຝັນຫາ ແລະຢາກໃຫ້ມີຄູ່ຊີວິດເຂົ້າໃຈກັນເຕີມເຕັມໃຫ້ກັນຄືສາວແອັບເປີ້ນກັບບ່າວຟລຸກຄູ່ຮັກສອງຝັ່ງຂອງຄູ່ນີ້…..

Leave a Reply

Your email address will not be published. Required fields are marked *