• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ສະຫຼະໂສດແລ້ວ ອານັນດາ ພະເອກໜຸ່ມ ຊອດລາວ-ອົດສະຕາລີ

ອານັນດາ ພະເອກໜຸ່ມລາວ-ອົດສະຕາລີ ທີທທຸກຄົນຮູ້ຈັກດີ ຮອດມື້ນີ້ໄດ້ສະຫຼະໂສດແລ້ວທຸກຄົນ ກັບສາວ ລັດນິຊາ ເປັນອັນວ່າທັງສອງຄົນເລີ່ມຕົ້ກັບການໃຊ້ຊີວິດຄູ່ຢ່າງເປັນທາງການ.

ໂດຍອານັນດາ ເອເວີຣິງແຮມ ໄດ້ເຂົ້າສູ່ປະຕູວິວາໃນວັນທີ 19 ກຸມພາຜ່ານມາ ຊຶ່ງຊ່ວງເຊົ້າຂອງພິທີງານແຕ່ງເປັນການມອບດອກໄມ້ ເພື່ອເປັນການຂໍຂະມາໃຫ້ກັບຄອບຄົວທັງສອງຝ່າຍ
ຫຼັງຈາກພິທີຕາມປະເພນີຢູ່ເຮືອນແລ້ວຄູ່ບ່າວສາວໄດ້ເດີນທາງໄປຍັງວັດແຫ່ງໜຶ່ງເປັນຂໍພອນຈາກຄູບາອາຈານ ເພື່ອເປັນສີລິມຸງຄຸນແກ່ຊີວິດ.

ສຳພິທີສະເຫຼີມສະຫຼອງງານມຸງຄຸນສົມລົດແມ່ນຈັດຂຶ້ນທີ່ໂຮງແຮມຄາເພວລາ ກຸມເທບ ໂດຍມີໝູ່ເພື່ອນຍາດພີ່ນ້ອງຄົນຮູ້ຈັກຮັກແພງເຂົ້າຮ່ວມສະແດງຄວາມຍິນດ້ວຍຢ່າງຄັບຄັ່ງ.
ສຳລັບໜຸ່ມອານັນດາ ເປັນລູກຊອດລາວ-ອົດສະຕາລີ ພໍ່ເປັນຊ່າງພາບຊາວອົດສະຕາລີ ແລະໄດ້ມາພົບຮັກກັບແມ່ແກ້ວ ສິຣິ ສົມພອນ ຍິງຊາວລາວຈາກຫຼວງພະບາງ.

ອານັນດາໃນໄວເດັກແມ່ນໃຊ້ຊີວິດຢູ່ອົດສະຕາລີ ຫຼັງຈາກອາຍຸໄດ້ 9 ປີຈິ່ງມາຢູ່ເມືອງໄທ ຕອນຍັງນ້ອຍນັ້ນ ອານັນດາແມ່ນດື້ຫຼາຍ ທຳມະດາເປັນຄົນຮຽນເກັ່ງແຕ່ບໍ່ຢາກຮຽນ ບໍ່ມັກຮຽນຈົນຖືກໄລ່ອອກຈາກໂຮງຮຽນ ພໍ່ຈິ່ງຢາກດັດນິໄສລູກ ດ້ວຍການຈະສົ່ງໄປຮຽນຢູ່ໂຮງຮຽນປະຈຳແຫ່ງໜຶ່ງຢູ່ປະເທດອິນເດຍ ແຕ່ວັນໜຶ່ງທີ່ຢູ່ລະຫວ່າງລໍຖ້າເດີນທາງໄປຮຽນ ອານັນດາໄດ້ໄປເຮັດວຽກຊ່ວຍຮ້ານອາຫານແຫ່ງໜຶ່ງ ແລະມີແມວມອງໄປເຫັນຈິ່ງທາບທາມວ່າຢາກເປັນດາລາບໍ ພໍໄດ້ຍິນແນວນັ້ນ ເພື່ອບໍໃຫ້ໄດ້ໄປຮຽນຕາມຄວາມຄິດພໍ່ອານັນດາຮີບຕອບຕົກລົງ ແລະເຂົ້າມາເຮັດວຽກງານວົງການບັນເທິງເລີຍ ໂດຍເລີ່ມງານທຳອິດທີ່

ບໍລິສັດແກມມີ່ ດ້ວຍການເປັນພິທີກອນ ຫຼັງຈາກນັ້ນກໍ່ເລິີ່ມຮັບງານສະແດງໜັງ ຈິ່ງຄ່ອຍໆເປັນທີ່ຮູ້ຈັກຂອງແຟນຄັບ ແລະເປັນບຸກຄົນທີ່ໂດ່ງດັງຈົນພວກເຮົາທຸກຄົນຮູ້ຈັກໃນປະຈຸບັນ.

Leave a Reply

Your email address will not be published. Required fields are marked *