ມື້ນີ້ສປປ ລາວພວກເຮົາໄດ້ຕ້ອນຮັບຍົນ C-17 ທີ່ບິນຈາກ ຮາວາຍ ທີ່ລົງຈອດໃນເວລາສັ້ນໆ ທີ່ສະໜາມບິນສາກົນວັດໄຕ, ສປປ ລາວ ເພື່ອມາຮັບສະຊິກທີ່ປະຕິບັດກິດຈະກຳພາກສະໜາມ ວຽກງານດ້ານມະນຸດສະທຳຂອງທີມງານ DPAA, ພາຍໃຕ້ການສະໜັບສະໜູນຈາກລັດຖະບານລາວ.
.
ກິດຈະກໍາພິທີຮັບຊົມເຮືອບິນຍຸດທະວິທີຂະໜາດໃຫ່ຍຂອງກອງທັບສະຫະລັດອາເມລິກາ C-17 ມີຂຶ້ນທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ສປປ ລາວ.
ຍົນ C-17 III ແມ່ນເຮືອບິນຂົນສົ່ງສິນຄ້າຂະໜາດໃຫຍ່ທີ່ມີປະສິດທິພາບສູງມີແຮງຍົກ ອຸປະກອນທາງການທະຫານ, ປະຕິບັດພາລະກິດເພື່ອມະນຸດສະທໍາ ຊ່ວຍເຫຼືອຜູ້ປະສົບໄພສາກົນໃນທົ່ວໂລກ , C-17 ມີຄວາມສາມາດສົ່ງທະຫານຍຸດທະສາດຢ່າງວ່ອງໄວ, ໂດຍກິດຈະກໍາຄັ້ງນີ້ຖືວ່າເປັນຄັ້ງທໍາອິດທີ່ຈັດຂຶ້ນ ຢູ່ປະເທດລາວ, ສະແດງເຖິງຄວາມສໍາພັນຄູ່ຮ່ວມມື ລະຫວ່າງ ລາວ – ສະຫະລັດອາເມລິກາ.
.
ເຮືອບິນ C-17 ມີຄວາມອາດສາມາດບັນທຸກສູງສຸດແມ່ນ (77ໂຕ່ນ), ແລະ ບັນທຸກນ້ໍາຫນັກລວມສູງສຸດຂອງການບິນແມ່ນ (265.352 ກິໂລກຣາມ), ມີໄລຍະການບິນທີ່ບໍ່ໄດ້ເຕີມນ້ຳມັນປະມານ 2,400 ໄມທະເລ, ຄວາມໄວການບິນສູງສຸດ ແມ່ນ 450 knots ຫຼື 833km / hour .