• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

ນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານ ຢູ່ເມືອງຍົມມະລາດ ລົງຕິດ ຕາມກວດກາເບິ່ງພື້ນທີ່ ທີ່ມີແຜນຈະກໍ່ສ້າງລະບົບຊົນລະປະທານ ປ່ອງ 1 ແລະ ປ່ອງ 5 ຈາກນໍ້າລຸ່ມເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2

ByAdmin N

Feb 20, 2023

ໃນວັນທີ 17 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຄື່ອນໄຫວເຮັດວຽກຮ່ວມ.


ໃນຕອນເຊົ້າ, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມໂຄງການໄຟຟ້ານໍ້າເທີນ 2 ແລະ ລົງຕິດ ຕາມກວດກາເບິ່ງພື້ນທີ່ ທີ່ມີແຜນຈະກໍ່ສ້າງລະບົບຊົນລະປະທານ ປ່ອງ 1 ແລະ ປ່ອງ 5 ຈາກນໍ້າລຸ່ມເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2 ເພື່ອສະໜອງນໍ້າ ໃຫ້ແກ່ພື້ນທີ່ທຳການຜະລິດ ຢູ່ເຂດເມືອງຍົມມະລາດ, ເຊິ່ງກ່ອນອື່ນຄະນະ ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ຈາກຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ກ່ຽວກັບສະພາບການພັດທະນາ ແລະ ດຳເນີນງານຂອງໂຄງການ ເຊິ່ງເຂື່ອນໄຟຟ້ານ້ຳເທີນ 2 ໄດ້ກໍ່ສ້າງສໍາເລັດໃນເດືອນທັນວາ 2009 ມີກໍາລັງຕິດຕັ້ງໄຟຟ້າ 1.070 MW, ມີຄວາມອາດສາມາດໃນການຜະລິດ 6.000 GWH ຕໍ່ປີ, ເລີ່ມຜະລິດ ແລະ ຂາຍກະແສໄຟຟ້າ ໃນວັນທີ 30 ເມສາ 2010, ມີອາຍຸສໍາປະທານ 25 ປີ (2010-2035), ຈະສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ປະມານ 2 ຕື້ໂດລາສະຫະລັດ ຕະຫຼອດອາຍຸສຳປະທານ; ບໍລິສັດໄດ້ສືບຕໍ່ດໍາເນີນທຸລະກິດ ຕາມເປົ້າໝາຍການລົງທຶນພັດທະນາ ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ມີຄວາມຍືນຍົງທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

ໃນໂອກາດດຽວກັນ, ທ່ານຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ກໍ່ໄດ້ລາຍງານໃຫ້ຄະນະຂອງທ່ານ ນາຍົກລັດຖະມົນຕີຊາບ ໂດຍອີງຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແມ່ນຈະແບ່ງເອົານໍ້າຈາກອ່າງດັດສົມນໍ້າ ປະມານ 5 ແມັດກ້ອນຕໍ່ວິນາທີ ເປັນລະບົບຊົນລະປະທານ ປ່ອງ 1 ເພື່ອສະໜອງໃຫ້ແກ່ເນື້ອທີ່ທໍາການຜະລິດ 3.200 ເຮັກຕາ (ລະດູແລ້ງ 2.400 ເຮັກຕາ), ກວມເອົາ 12 ບ້ານ, ມີ 1.381 ຫຼັງຄາເຮືອນ, ມີ 1.502 ຄອບຄົວ, ພົນລະເມືອງ 6.722 ຄົນ. ສ່ວນປະຕູເອົານໍ້າປ່ອງ 5 ແມ່ນຈະແບ່ງເອົານໍ້າຈາກຄອງລະບາຍນໍ້າເທີນ 2 ປະມານ 1,3 ແມັດກ້ອນຕໍ່ວິນາທີ ເພື່ອສະໜອງໃຫ້ເນື້ອທີ່ການຜະລິດ 900 ເຮັກຕາ (ລະດູແລ້ງ 550 ເຮັກຕາ), ກວມເອົາ 01 ບ້ານ, ມີ 114 ຫຼັງຄາເຮືອນ, ພົນລະເມືອງ 640 ຄົນ.


ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ, ພ້ອມທັງ ໃຫ້ທິດຊີ້ນຳພາກສ່ວນກ່ຽວຂ້ອງເອົາ ໃຈໃສ່ວຽກງານສຳຄັນບາງດ້ານ ເປັນຕົ້ນ ໃຫ້ທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ ສົມທົບກັນສ້າງແຜນຮອງຮັບ ໃນການຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ ໂຄງການໄຟຟ້ານໍ້າເທີນ 2 ພາຍຫຼັງໝົດອາຍຸການສໍາປະທານ ໃຫ້ເປັນຮູບປະທໍາທີ່ຊັດເຈນ ແລ້ວລາຍງານຂໍທິດຊີ້ນຳຈາກລັດຖະບານ; ເພີ່ມທະວີຄວາມເອົາໃຈໃສ່ ແລະ ໃຫ້ເປັນວຽກບູລິມະສິດ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເມືອງນາກາຍ ກໍ່ຄື ປະຊາຊົນ ທີ່ດຳລົງຊີວິດ ຕິດພັນກັບໂຄງການເຂື່ອນໄຟຟ້ານໍ້າເທີນ 2 ໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ ແລະ ໃຫ້ບັນລຸຄາດໝາຍຫຼຸດພົ້ນອອກຈາກຄວາມທຸກຍາກ ເປັນກ້າວໆ ໂດຍສະເພາະ ຄຸນນະພາບຊີວິດ, ສຸຂະພາບ, ການສຶກສາ, ການສ້າງອາຊີບ-ວຽກເຮັດງານທຳ, ລະບົບການຈັດຕັ້ງບ້ານ, ການພັດທະນາໂຄງລ່າງພື້ນຖານບ້ານ, ການໂຮມບ້ານນ້ອຍ ທີ່ກະແຈກກະຈາຍ ເປັນບ້ານໃຫຍ່, ລວມທັງ ການນຳໃຊ້ທ່າແຮງຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ ແລະ ອື່ນໆ; ທົບທວນ ແລະ ປັບປຸງຄືນ ແຜນການ ແລະ ລະບຽບການ ໃນການຄຸ້ມຄອງ ແລະ ນຳໃຊ້ເງິນກອງທຶນພັດທະນາທ້ອງຖິ່ນ ທີ່ໂຄງການສະໜອງໃຫ້ໃນແຕ່ລະປີນັ້ນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຕົວຈິງ, ລວມສູນ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ;

ສະເໜີຕໍ່ບໍລິສັດ ໄຟຟ້ານໍ້າເທີນ 2 ສືບຕໍ່ປະຕິບັດພັນທະຕ່າງໆ ສອດຄ່ອງກັບສັນຍາສໍາປະທານ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະ ການຊໍາລະສະສາງຕ່າງໆ ຜ່ານລະບົບທະນາຄານ ໃນ ສປປ ລາວ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມ ທົບກັບພາກສ່ວນກ່ຽວຂ້ອງ ກວດກາຄືນບັນດາການອອກແບບລະບົບຊົນລະປະທານ ປະຕູນໍ້າປ່ອງ 1 ແລະ ປ່ອງ 5 ລວມທັງ ມູນຄ່າການກໍ່ສ້າງ ເພື່ອໃຫ້ສາມາດຮັບປະກັນທາງດ້ານເຕັກນິກ, ຄວາມໂປ່ງໃສ ແລະ ປະຢັດມັດທະຍັດ.

Leave a Reply

Your email address will not be published. Required fields are marked *