ທັບນັກກິລາຄົນພິການ ນະຄອນຫຼວງວຽງຈັນ ສ້າງຜົນງານຢ່າງໂດດເດັ່ນ ສາມາດຍາດໄດ້ 34 ຫຼຽນຄຳ, 22 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 66 ຫຼຽນ ເປັນອັນດັບທີ 1 ຈາກ 18 ພາກສ່ວນເຂົ້າຮ່ວມ ຄອງເຈົ້າຫຼຽນຄໍາ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ”.
ອັນດັບທີ 2 ແຂວງເຊກອງ ຍາດໄດ້ 16 ຫຼຽນຄຳ, 16 ຫຼຽນເງິນ ແລະ 9 ຫຼຽນທອງ ລວມ 41 ຫຼຽນ; ອັນດັບທີ 3 ແຂວງຊຽງຂວາງ ເຈົ້າພາບ ຍາດໄດ້ 14 ຫຼຽນຄຳ, 15 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 33 ຫຼຽນ.
ໂດຍພິທີປິດການແຂ່ງຂັນກິລາ “ຊຽງຂວາງ ພາຣາເກມ” ໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 18 ກຸມພາ 2023 ທີ່ສະໂມສອນກິລາໃນຮົ່ມ ວິທະຍາໄລຄູ ຄັງໄຂ ເມືອງແປກ ແຂວງຊຽງຂວາງ
ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທັງເປັນປະທານຈັດງານ ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳຂັ້ນສູນກາງ, ຂັ້ນແຂວງ, ແຂກຖືກເຊີນ, ຄະນະນຳ, ຄູຝຶກ ແລະ ນັກກິລາ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີກໍຍັງໄດ້ມອບທຸງການເປັນເຈົ້າພາບຄັ້ງຕໍ່ໄປ ໃຫ້ແກ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4 ປີ 2025 ພ້ອມທັງຊົມລາຍການສະແດງຕ່າງໆຈາກຄົນພິການ ແລະ ນ້ອງນັກຮຽນຈາກ ມສ ໂພນສະຫວັນ ການເປັນເຈົ້າພາບ ຈັດງານມະຫະກຳກິລາຄົນພິການ ຄັ້ງທີ 3 ທີ່ແຂວງຊຽງຂວາງ ຈົບລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ຂ່າວໂດຍ: ສົງການ ພັນແພງດີ