• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ມາສເຕີ 7 ເອັຟຊີ ເປີດຕົວດີດ້ວຍໄຊຊະນະເໜືອຄູ່ແຂ່ງຂາດລອຍ ຢຶດທີມນໍາລາວລີກ 1 ອາທິດທໍາອິດ

ມາສເຕີ 7 ເອັຟຊີ ຮອງແຊ້ມເກົ່າ ລະເບີດຟອມເກັ່ງຖະຫຼົ່ມ ຈໍາປາສັກ 4-0 ໃນນັດທໍາອິດຂອງການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາວັນທີ 19 ກຸມພາ 2023 ເຮັດໃຫ້ ມາສເຕີ 7 ເອັຟຊີ ຢຶດທີມນໍາຕາຕະລາງຄະແນນລວມ ປະຈໍາອາທິດທໍາອິດ ໂດຍມີ 3 ຄະແນນເທົ່າກັບ ຊ້າງນ້ອຍ ເອັຟຊີ ທີ່ເອົາຊະນະ ນໍ້າທາ 2-0, ແຕ່ ມາສເຕີ 7 ເອັຟຊີ ມີປະຕູໄດ້ເສຍດີກວ່າ

ສ່ວນການແຂ່ງຂັນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2023 ມື້ທໍາອິດໃນວັນທີ 18 ກຸມພາ 2023 ເຊິ່ງກໍມີ 5 ປະຕູເກີດຂຶ້ນຈາກ 2 ຄູ່ເບິ່ງລາຍລະອຽດທີ່ຄລິບລຸ່ມນີ້

ໂດຍຄູ່ທີ່ສະໜາມ ກິລາແຫ່ງຊາດ ສະໂມສອນ ບານເຕະ ຊ້າງນ້ອຍ ເອົາຊະນະ ສະໂມສອນ ບານເຕະ ນ້ຳທາ 2-0 ເຊິ່ງ ຊ້າງນ້ອຍ ໄດ້ປະຕູຈາກ: Bodric Dimitri ນາທີ 7′, ບຸນພະຈັນ ບຸນກອງ ນາທີ 56′.

ສ່ວນຄູ່ທີ່ສະໜາມ ມຊ ສະໂມສອນ ບານເຕະ ວຽງຈັນ ເອົາຊະນະ ສະໂມສອນ ບານເຕະ ເອສະຣາ 2-1 ໂດຍ ວຽງຈັນ ໄດ້ປະຕູຈາກ: ພູວຽງ ພູມສະຫວັດ ນາທີ 14, Johan Ella ນາທີ 56′, ສ່ວນ ເອສະຣາ ໄດ້ປະຕູຈາກ: ໂຈນີ້ ແຫວນປະເສີດ ນາທີ 84′

Leave a Reply

Your email address will not be published. Required fields are marked *