• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ຢູ 20 ລາວ ພົບ ກວມ ແລງນີ້ນັດທໍາອິດຄັດບານເຕະອາຊີ, ຄູ່ແຂ່ງທີ່ມີໂອກາດເກັບຄະແນນຫຼາຍທີ່ສຸດ

ໃນທີ່ສຸດການແຂ່ງຂັນບານເຕະ ຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 20 ປີຮອບຄັດເລືກກຸ່ມ C ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ກໍຈະເປີດສາກຂຶ້ນຢ່າງເປັນທາງການແລງຂອງມື້ນີ້ 10 ກັນຍາ 2022.

ສໍາລັບ ທີມຊາດລາວ ແມ່ນຈັດຢູ່ກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ ແລະ ກວມ ເຊິ່ງຈາກຜົນການຈັບສະຫຼາກແມ່ນຢູ່ໃນກຸ່ມທີ່ໜັກທີ່ສຸດ ຢ່າງໃດກໍຕາມ, ນັດທໍາອິດຖືວ່າເປັນນັດທີ່ເບົາທີ່ສຸດຂອງ ທີມຊາດລາວ ກໍວ່າໄດ້ຖ້າທຽບໃສ່ທີມໃນກຸ່ມ ເຊິ່ງຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ມີດັ່ງນີ້ິ້:

– 10/09/2022 ເວລາ 19:00 ລາວ ພົບ ກວມ
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ

ເຊິ່ງທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ໂດຍການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸສະເບກິສຖານ ໃນປີ 2023.

Leave a Reply

Your email address will not be published. Required fields are marked *