• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ພົບຂໍ້ມູນຫຼັກຖານໃໝ່ຢູ່ໜອງເຮືອທອງ ຄາດວ່າເປັນເມືອງເກົ່າໃນສະໄໝບູຮານ ເຊິ່ງຄາດວ່າຈະມີອາຍຸກວ່າ 2000 ປີ

ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ລົງຕິດຕາມຊຸກຍູ້ການລົງເກັບກຳຂໍ້ມູນ ແລະ ຂຸດຄົ້ນທາງດ້ານບູຮານວິທະຍາ ທີ່ແຫຼ່ງບູຮານວິທະຍາ ບ້ານໜອງເຮືອທອງ ເມືອງໄຊບູລີ ໂດຍມີທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ ຮ່ວມພາທາງ ໃນວັນທີ 10 ກຸມພາ 2023 ຜ່ານມາ.

ທ່ານ ບຸນເລິງ ອິນທິສັກ ຮອງຫົວໜ້າຂະແໜງວັດທະນະທຳ ແຂວງສະຫວັນນະເຂດ ທີ່ເຂົ້າຮ່ວມໃນການສຳຫຼວດຂຸດຄົ້ນ ຮ່ວມກັບກົມມໍລະດົກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແລະຊ່ຽວຊ່ານຈາກສະຖາບັນຝຣັ່ງ ແຫ່ງພາກຕາເວັນອອກໄກ ໃຫ້ຮູ້ວ່າ: ແຫຼ່ງບູຮານວິທະຍາໜອງເຮືອທອງ ເຊິ່ງກ່ອນໜ້ານີ້ຄືໃນປີ 2008 ປະຊາຊົນໄດ້ຂຸດຄົ້ນພົບວັດຖຸມີຄ່າ ຫຼາຍລາຍການປັດຈຸບັນແຂວງສະຫວັນນະເຂດ ເປັນຜູ້ເກັບຮັກສາໄວ້.


ຈາກການສໍາຫຼວດເກັບກຳຂໍ້ມູນໃນເບື້ອງຕົ້ນ ບໍລິເວນນີ້ຄາດວ່າຈະເປັນຕົວເມືອງເກົ່າໃນສະໄໝບູຮານ ດັ່ງນັ້ນທາງກະຊວງ ຖວທ ຮ່ວມກັບສະຖາບັນຝຣັ່ງແຫ່ງພາກຕາເວັນອອກໄກ ຈຶ່ງໄດ້ລົງເກັບກຳຂໍ້ມູນຄືນໃໝ່ ແລະສໍາຫຼວດຂຸດຄົ້ນບາງຈຸດ ຕາມບໍລິເວນທີ່ຄາດວ່າຈະແມ່ນຄູເມືອງ ແລະຈຸດທີ່ພົບວັດຖຸມີຄ່າກ່ອນໜ້ານີ້ ໂດຍການສຳຫຼວດເລີ່ມແຕ່ວັນທີ 1 ກຸມພາ 2023 ເປັນຕົ້ນມາ.

ຮອດປັດຈຸບັນໄດ້ຂຸດເພື່ອສໍາຫຼວດເບິ່ງຊັ້ນດິນທັງໝົດ 13 ຈຸດ ມີບາງຈຸດໄດ້ພົບຫຼັກຖານທີ່ຈະນຳໄປສູ່ການກຳນົດອາຍຸຂອງສະຖານທີ່ ແລະ ທີ່ເດັ່ນກວ່າໝູ່ແມ່ນບໍລິເວນດອນສິມ ໄດ້ພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ ຄາດວ່າຈະມີອາຍຸກວ່າ 2000 ປີ ແຕ່ການສໍາຫຼວດນີ້ຈະດຳເນີນໄປຮອດວັນທີ 2 ມີນາ 2023 ຈຶ່ງຈະໄດ້ຢຸດຕິ.

Leave a Reply

Your email address will not be published. Required fields are marked *