• Sun. May 28th, 2023

Lao Sport Update

ຮອບດ້ານວົງການກິລາ

ແຕ່ງຕັ້ງ ທ່ານ ຄູນ ຜາສຸກ ແລະ ທ່ານ ອານົງ ຍອຍສາຍຄຳ ເປັນຮອງປະທານສານປະຊາຊົນສູງສຸດ

ໃນວັນທີ 16 ກຸມພາ 2023 ນີ້ ທີ່ສານປະຊາຊົນສູງສຸດ ໄດ້ຈັດພິທີ ປະກາດແຕ່ງຕັ້ງ ຮອງປະທານສານ ປະຊາຊົນສູງສຸດ,ພາຍໃຕ້ການເປັນປະທານຂອງທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ ພ້ອມດ້ວຍພະນັກງານນຳພາ ເຂົ້າຮ່ວມ.


ໃນພິທີດັ່ງກ່າວ ໄດ້ຜ່ານ ລັດຖະດຳລັດຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ຮອງປະທານສານປະຊາຊົນສູງສຸດ,ໂດຍແຕ່ງຕັ້ງ ທ່ານ ຄູນ ຜາສຸກ ຄະນະປະຈຳພັກຜູ້ພິພາກສາຊັ້ນສີ່ສະມາຊິກສະພາຜູ້ພິພາກສາຫົວໜ້າຄະນະສານແພ່ງ ສານປະຊາຊົນສູງສຸດ ເປັນຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ອານົງ ຍອຍສາຍຄຳ ກຳມະການຄະນະບໍລິຫານງານພັກປະທານກວດກາຄະນະພັກ ສານປະຊາຊົນສູງສຸດຫົວໜ້າກົມກວດກາ ສານປະຊາຊົນສູງສຸດ ເປັນຮອງປະທານສານປະຊາຊົນສູງສຸດ.


ທ່ານ ນາງ ວຽງທອງ ສີພັນດອນ ໂອ້ລົມຕໍ່ພິທີວ່າ:ສະແດງຄວາມຊົມເຊີຍຕໍ່ 2 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຕ້ອງພ້ອມກັບໝູ່ຄະນະປະທານ ເພື່ອປະຕິບັດມະຕິ, ຄຳສັ່ງ, ນິຕິກຳທີ່ກ່ຽວຂ້ອງ ກ່ຽວກັບການແບ່ງງານ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະປະທານ ທັງ 5 ທ່ານ; ໃນນັ້ນ ຈົ່ງໄດ້ພ້ອມກັນ ເອົາໃຈໃສ່ຢ່າງແຂງແຮງ ຕໍ່ວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ ພະນັກງານ-ຜູ້ພິພາກສາ ຕົ້ນຕໍແມ່ນ ທາງດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ, ສ້າງຄວາມເຂັ້ມແຂງດ້ານວຽກງານວິຊາສະເພາະ, ວິຊາການ ໃຫ້ນັບມື້ນັບສູງ, ເຮັດໃຫ້ພະນັກງານມີຄວາມຈົງຮັກພັກດີຕໍ່ການຈັດຕັ້ງ ພັກ-ລັດ, ສັດຊື່ບໍລິສຸດຮັບໃຊ້ປະຊາຊົນ ດ້ວຍຄວາມຈິງໃຈ, ມີຄວາມເປັນທໍາ, ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ; ມີການກວດກາຕິດຕາມ, ປະເມີນພະນັກງານ ຢ່າງເປັນປົກກະຕິ ແລະ ໃຫ້ມີການສັງເກດຕີລາຄາຄືນຢ່າງເປັນລະບົບຕໍ່ເນື່ອງ ແລະ ເນັ້ນໃຫ້ເອົາໃຈໃສ່ບາງໜ້າທີ່ຕົ້ນຕໍຄື:

1) ບັນຫາທີ່ເລັ່ງດ່ວນ ແມ່ນວຽກງານຕິດຕາມກວດກາ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຕາມທີ່ກໍານົດໄວ້ໃນມາດຕາ 42-44 ຂອງກົດໝາຍວ່າດ້ວຍຜູ້ພິພາກສາໃຫ້ເຂັ້ມງວດຂຶ້ນກວ່າເກົ່າ; ການພິຈາລະນາຂໍລົບລ້າງທາງດ້ານກົດໝາຍ ທີ່ສານຂັ້ນອຸທອນໄດ້ພິພາກສາເປັນຂັ້ນອຸທອນແລ້ວ ເພື່ອຮັບ ປະກັນໃຫ້ການພິພາກສາສະເພາະແຕ່ບັນຫາທາງດ້ານກົດໝາຍ ຕາມກົດໝາຍກໍານົດໄວ້ ຮັບປະກັນບໍ່ໃຫ້ສົ່ງຄະດີກັບໄປ-ມາຫຼາຍຄັ້ງ; (2) ຍົກສູງຄວາມຮັບຜິດຊອບໃນການກວດກາຄໍາຕັດສິນ, ຄໍາພິພາກສາຂອງສານປະຊາຊົນທຸກຂັ້ນ, ເກັບກໍາ, ແຍກປະເພດສະຖິຕິຄະດີໃຫ້ລະອຽດ, ຊັດເຈນ ພ້ອມທັງວິເຄາະວິໄຈດ້ານຕັ້ງໜ້າ, ຂໍ້ຄົງຄ້າງ, ສາເຫດຂອງການດໍາເນີນຄະດີ ໃຫ້ຊັດເຈນ ເພື່ອຊອກຫາວິທີປັບປຸງແກ້ໄຂ; (3) ເອົາໃຈໃສ່ປະຕິບັດຕາມມາດຕາ 39 ຂອງກົດໝາຍວ່າດ້ວຍສານປະຊາຊົນ ສະບັບເລກທີ 22 ລົງວັນທີ 10 ພຶດສະພາ 2017ຊຶ່ງໃນນັ້ນ ຮອງປະທານສານປະຊາຊົນສູງສຸດ ມີສິດນັ່ງເປັນປະທານ ໃນທຸກຄະນະສານຕັດສິນຂອງສານປະຊາຊົນສູງສຸດ; ມີໜ້າທີ່ຊ່ວຍປະທານສານປະຊາຊົນສູງສຸດ ໃນການປະຕິບັດໜ້າທີ່ວຽກງານ ແລະ ຮັບຜິດຊອບວຽກງານໃດໜຶ່ງສະເພາະຕາມການມອບໝາຍຂອງປະທານສານປະຊາຊົນສູງສຸດ ໃນກໍລະນີທີ່ປະທານສານປະຊາຊົນສູງສຸດ ຕິດຂັດ, ຮອງປະທານສານປະຊາຊົນສູງສຸດ ຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ;

(4)ສືບຕໍ່ນໍາພາອົງການຈັດຕັ້ງມະຫາຊົນ, ນໍາພາ-ຊີ້ນໍາຄະນະຊາວໜຸ່ມ, ສະຫະພັນແມ່ຍິງ ແລະ ສະຫະພັນກໍາມະບານ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂໍ້ແຂ່ງຂັນຂອງແຕ່ລະອົງການວາງອອກໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການຟົດຟື້ນ ແລະ ມີຜົນສຳເລັດ. ເອົາໃຈໃສ່ປັບປຸງອົງການດັ່ງກ່າວໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກໃຫ້ກາຍເປັນອົງການຈັດຕັ້ງມະຫາຊົນຂອງພັກທີ່ເຂັ້ມແຂງ,ສ້າງໄດ້ຄວາມສາມັກຄີພາຍໃນການຈັດຕັ້ງທີ່ແຂງແຮງ ກາຍເປັນກຳລັງແຮງສັງລວມ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ, ວິຊາການໃຫ້ມີບາດກ້າວບຸກທະລຸໃໝ່. ຖືເອົາຂະບວນການຂອງມະຫາຊົນ ເປັນບ່ອນຝຶກຝົນຫຼໍ່ຫຼອມ, ທົດສອບ, ເລືອກເຟັ້ນໄດ້ຜູ້ພົ້ນເດັ່ນ, ຫ້າວຫັນໃນຂະບວນການ ເພື່ອຂະຫຍາຍເຂົ້າພັກ ແລະ ຮັບໜ້າທີ່ວຽກງານສຳຄັນຂອງພັກ, ຂອງສານປະຊາຊົນ;

(5) ເສີມຂະຫຍາຍປະຊາທິປະໄຕຢ່າງເຕັມສ່ວນ, ຊຸມສະຕິປັນຍາ ມີວິທີການແກ້ໄຂ ອັນສໍາຄັນແມ່ນຢາກໃຫ້ບັນດາທ່ານພ້ອມກັນ ສືບຕໍ່ປັບປຸງແກ້ໄຂ ເຮັດໃຫ້ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດຂອງ ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຕາມ ທິດກະທັດຮັດ, ໂປ່ງໃສ, ເຂັ້ມແຂງ, ມີປະສິດພາບ ສິດທິຜົນສູງຂຶ້ນ.

Leave a Reply

Your email address will not be published. Required fields are marked *