• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ເຫັນແລ້ວນໍ້າຕາຊິໄຫຼ ຂະໜາດເຂົາເຈົ້າເປັນຄົນພິການຕາ ຍັງໃຈສູ້ຈົນໄດ້ຫຼຽນຄໍາ, ອາຈານຝຶກຊ້ອມຍັງໄຫ້

ເປັນອີກໜຶ່ງເລື່ອງລາວທີ່ພວກເຮົາຢາກນໍາສະເໜີໃຫ້ຫຼາຍຄົນໄດ້ເຫັນກັບ ທັບນັກກີລາເຕະບານຄົນພິການຕາ ນະຄອນຫຼວງວຽງຈັນ ດັບຝັນຈຸດໂທດ ແຂວງວຽງຈັນ 1-0 ຫຼັງສະເໝີກັນໃນເວລາປົກກະຕິ 1-1 ຄວ້າຫຼຽນຄຳ ຊຽງຂວາງ ພາຣາເກມ 2023 ນັດຊີງຊະນະເລີດ ເມື່ອວັນທີ 16 ກຸມພາ ຜ່ານມາ ທີ່ສະໜາມບານເຕະຫຍ້າທ່ຽມປໍ້ານໍ້າມັນ ເຊື້ອໄຟລາວ ສາຂາແຂວງຊຽງຂວາງ ເມືອງແປກ ເຊິ່ງຖືເປັນຄວາມພາກພູມໃຈຂອງຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວ ລວມເຖິງຄົນພິການທຸກໆຄົນ ເພາະນີ້ຈະເປັນແຮງພັກດັນ ແລະ ກໍາລັງໃຈໃຫ້ພວກເຂົາສູ້ຕໍ່ໄປກະແລ້ວກັນ ( ລາຍລະອຽດເບິ່ງໄດ້ໃນຄລິບເພີ່ມຕື່ມ )

ຜ່ານການແຂ່ງຂັນນັດຊີງຊະນະເລີດ ໃນເກມການແຂ່ງຂັນ 50 ນາທີ ຕັ້ງລະ 25 ນາທີ ທີມລະ 5 ຄົນ ເຕະ 4 ຮັບ 1 ປະກົດວ່າ: ສະເໝີ 1-1 ໃນເວລາປົກກະຕິ( ລາຍລະອຽດເບິ່ງໄດ້ໃນຄລິບເພີ່ມຕື່ມ )

ຈາກນັ້ນ ກຳມະການຕັດສິນກໍເປົາໝາກວີດຈົບການແຂ່ງຂັນ ສົ່ງຜົນໃຫ້ທັງສອງທີມຕ້ອງມາດວນຈຸດໂທດ ແລະ ເປັນທັບນັກກິລາບານເຕະຄົນພິການຕາ ນະຄອນຫຼວງວຽງຈັນ ຍິງແມ້ນກວ່າດັບຝັນຈຸດໂທດ ແຂວງວຽງຈັນ 1-0 ຄວ້າຫຼຽນຄຳ ໄປຄອງ, ສ່ວນ ແຂວງວຽງຈັນ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງ ເປັນຂອງເຈົ້າພາບ ແຂວງຊຽງຂວາງ.

ສຸດທ້າຍຕ້ອງຂໍຂອບໃຈຂ່າວ-ຮູບຈາກ: ອ້າຍ ສົງການ ນັກຂ່າວທີ່ມີຊື່ສຽງໃນວົງການກີລາລາວ ທີ່ລາຍງານຈາກແຂວງຊຽງຂວາງ.

Leave a Reply

Your email address will not be published. Required fields are marked *