• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ບໍ່ທໍາມະດາ ຈົນແຟນບານ ແມນຢູ ຖືກໃຈ ເຟຣັດ ທີ່ເຮັດໃຫ້ຕົວເດັດຂອງ ບາຊາ ຖືກແບນນັດຕໍ່ໄປມ່ວນ

ຂວັນຫຼົງຈາກການແຂ່ງຂັນບານເຕະ ຢູໂຣປາລີ ຮອບເພລອ໊ອຟ ນັດທໍາອິດ ເມື່ອວັນທີ 16 ກຸມພາ 2023 ນັດທີ່ ແມນເຊັສເຕີ ຢູໄນເຕັດ ບຸກໄປເອົາຊະນະ ບາເຊໂລນາ 2-2 ໂດຍນັດທີ 2 ຈະກັບໄປແຂ່ງຂັນທີ່ບ້ານຂອງ ແມນເຊັສເຕີ ຢູໄນເຕັດ ໃນວັນທີ 24 ກຸມພາ 2023.

ນັດດັ່ງກ່າວ ບາເຊໂລນາ ໄດ້ຮັບຂ່າວຮ້າຍ ເມື່ອ ກາບີ ກອງກາງຕົວເກັ່ງຂອງທີມ ກັບໄປດືງເສື້ອຂອງ ເຟຣັດ ກອງກາງຂອງ ແມນເຊັສເຕີ ຢູໄນເຕັດ ເຮັດໃຫ້ກໍາມະການຕັດສິນແຈກໃບເຫຼືອງໃຫ້ ກາບີ ທັນທີ ແລະ ໃບເຫຼືອງດັ່ງກ່າວເຮັດໃຫ້ ກາບີ ຕິດໂທດໂບນໃນນັດທີ່ ບາເຊໂນລາ ຈະບຸກໄປຢາມ ແມນເຊັສເຕີ ຢູໄນເຕັດ ເນື່ອງຈາກໄດ້ໃບເຫຼືອງຄົບຕາມໂກຕານັ້ນເອງ.

ຫຼ້າສຸດ ບັນດາແຟນບານຂອງ ແມນເຊັສເຕີ ຢູໄນເຕັດ ກໍໄດ້ອອກມາຊົມເຊີຍ ເຟຣັດ ກັບຈັງຫວະດັ່ງກ່າວທີ່ເຮັດໄດ້ດີ ລວມທັງຍັງເຮັດໃຫ້ ບາເຊໂລນາ ຂາດໜຶ່ງຕົວຫຼັກໃນນັດຕໍ່ໄປອີກດ້ວຍ.

Leave a Reply

Your email address will not be published. Required fields are marked *