• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ໃຜຈະໄປແນ່ ເທດສະການບຸນຜີໂຂນ ປະຈໍາປີ ຄສ 2023 ທີ່ເມືອງປາກລາຍ

ຊົງມ່ວນອີ່ຫຼີ່ ຈັກຄັ້ງຕ້ອງໄດ້ໄປສໍາຜັດ ເທດສະການບຸນຜີໂຂນ ເມືອງປາກລາຍ ຈະຈັດ 2-6 ມີນາ ນີ້
ກຽມໄປຫຼີ້ນ! ເທດສະການບຸນຜີໂຂນ ປະຈໍາປີ ຄສ 2023 ທີ່ເມືອງປາກລາຍ

ເທດສະການບຸນຜີໂຂນ ປະຈໍາປີ ຄສ 2023 ທີ່ເມືອງປາກລາຍເຊິ່ງຈະໄດ້ຈັດຂຶ້ນກົງກັບມື້ຂຶ້ນ 11-15 ຄ່ໍາ ເດືອນ 4 ພສ 2565 (ວັນທີ 2 ຫາ 6 ມີນາ 2023 ) ແລະ ລາຍລະອຽດໄດ້ມີຕາຕະລາງເຄື່ອນໄຫວບຸນ ດັ່ງນີ້:
ມື້ທີ 1 ວັນທີ 2 ມີນາ 2023 ກົງກັບມື້ຂຶ້ນ 11 ຄ່ໍາ ເດືອນ 4 ແມ່ນພິທີເປີດຕະຫຼາດນັດຢ່າງເປັນທາງການ, ບໍລິການຂີ່ເຮືອຊົມວີວຕາມສອງຝັ່ງແມ່ນໍ້າຂອງ.
ຕອນຄໍ່າ ຊົມຕະຫຼາດນັດ, ການວາງສະແດງສິນຄ້າກະສິກໍາ, ຫັດຖະກໍາຂອງປະຊາຊົນ.

ມື້ທີ 2 ວັນທີ 3 ມີນາ 2023 ກົງກັບມື້ຂຶ້ນ 12 ຄໍ່າ ເດືອນ 4 ແມ່ນພິທີເປີດການແຂ່ງ ຂັນຊ່ວງເຮືອ 20 ສີພາຍ ແລະ ບໍລິການຂີ່ເຮືອຊົມວິວ ຕາມສອງຝັ່ງແມ່ນໍ້າຂອງ.
ຕອນຄໍ່າ ຊົມການປະກວດນາງທິດາພະເຫວດ ແລະ ເດີນແບບເດັກສະຫຼາດ, ຄໍາຮູ້.

ມື້ທີ 3 ວັນທີ 4 ມີນາ 2023 ກົງກັບມື້ຂຶ້ນ 13 ຄໍ່າເດືອນ 4 ແມ່ນກິດຈະກໍາແຫ່ອຸປະຄຸດ, ພິທີປ່ອຍຂະບວນຜີໂຂນ, ບໍລິການຂີ່ເຮືອຊົມວິວ ຕາມສອງຝັ່ງແມ່ນ້ໍາຂອງ.
ຕອນຄ່ໍາ ຊົມການສະແດງສິລະປະວັນນະຄະດີ, ການປະກວດນັກຮ້ອງສຽງດີ.

ມື້ທີ 4 ວັນທີ 5 ມີນາ 2023 ກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 4 ເຕົ້າໂຮມແຕ່ລະຂະບວນກ້ອນກໍາລັງເຂົ້າສູ່ເດີ່ນກິລາເມືອງ, ພິທີເປີດງານເທດສະການບຸນຜີໂຂນປະຈໍາປີ 2023 ຢ່າງເປັນທາງການ, ເຊີນການນໍາ ແລະ ແຂກທ່ຽວຊົມ ຮ້ານວາງສະແດງສິນຄ້າ ແລະ ຊີມອາຫານພື້ນບ້ານຢູ່ຕາມແຕ່ລະຮ້ານ, ພິທີແຫ່ພະເຫວດສັນດອນ ແລະ ຂະບວນຂອງຜີໂຂນ, ບໍລິການຂີ່ເຮືອຊົມວິວຕາມສອງຝັ່ງ ແມ່ນໍ້າຂອງ.

ຕອນຄ່ໍາຊົມການແຂ່ງຂັນຈູດບັ້ງໄຟດອກຂອງແຕ່ລະບ້ານ ແລະ ຊົມການສະແດງຂອງສີລະປິນຊື່ດັງຈາກສູນກາງ.
ມື້ທີ 5: ວັນທີ 6 ມີນາ 2023 ກົງກັບມື້ຂຶ້ນ 15 ຄ່ໍາ ເດືອນ 4 ພິທີຕັກບາດຢາດນໍ້າ ແລະ ຖວາຍເຄື່ອງສັງຂະທານໃຫ້ແກ່ພະສົງ-ສໍາມະເນນ, ທ່ຽວຊົມຕະຫຼາດນັດ ແລະ ຮ້ານວາງສະແດງສິນຄ້າຜະລິດຕະພັນ ແລະ ບໍລິການຂີ່ເຮືອຊົມວິວຕາມສອງຝັ່ງແມ່ນໍ້າຂອງ.

Cr.ເມືອງປາກລາຍ

Leave a Reply

Your email address will not be published. Required fields are marked *