• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ບາລະມີ ແລະ ປະສົບການເຖິງຫລືບໍ່? ເມື່ອເຈົ້າຂອງທີມ ເຊວຊີ ລອງຂອງ!! ແຕ່ງຕັ້ງ ຄູຝຶກຂອງ ໄບຣຕັ້ນ ເປັນຜູ້ຈັດການທີມໃໝ່ຂອງທີມ

ທັອດ ໂບລີ້ ມະຫາເສດຖີຊາວອາເມຣິກາ ເຈົ້າຂອງທີມໃໝ່ ສິງຟ້າ ເຊວຊີ ທີມຊັ້ນນຳໃນ ພຣີເມ່ຍລີກ ອັງກິດ ໝັ້ນໃຈໃນຄວາມສາມາດຂອງ ກຣາແຮມ ພັອດເຕີ ຄູຝຶກໃໝ່ຂອງທີມ ອະດີດຄູຝຶກ ໄບຣຕັ້ນ ແອນ ໂຮຟ ອາວບ້ຽນ ເພື່ອນຮ່ວມລີກ ເຖິງວ່າມີຫາງສຽງບໍ່ເຫັນດີຈຳນວນຫລາຍຈາກແຟນບານກໍຕາມ.

ໂບລີ້ ປະທັບໃຈຜົນງານການຄຸມທີມຂອງ ກຣາແຮມ ພັອດເຕີ ມາດົນສົມຄວນ, ເປັນຄູຝຶກສະໄໝໃໝ່ໄຟແຮງ, ປ່ຽນແປງວິຖີບານຂອງ ໄບຣຕັ້ນ ຈາກຕ້ານຮັບ-ໂຕ້ກັບ ມາກ້າຕໍ່ບານສູ້ກັບທີມໃຫຍ່ ເດີນເກມບຸກທີ່ຫລາກຫລາຍສວຍງາມ. ພັອດເຕີ ເຂົ້າມາແທນທີ່ຂອງ ໂທມັສ ທູເຄິນ ຄູຝຶກຊາວເຢຍລະມັນ ທີ່ຖືກປົດອອກຈາກຕຳແໜ່ງ ຫລັງພາທີມບຸກເສຍໃຫ້ ດີນາໂມ ຊາເກັບ 0-1 ເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການໃໝ່ ນັດທີ 1 ໃນກາງອາທິດນີ້ ໂດຍເຊັນສັນຍາ 5 ປີ.

ກຣາແຮມ ພັອດເຕີ ຜູ້ຈັດການທີມຊາວອັງກິດ ໄວ 47 ປີ ດຶງເອົາຜູ້ຊ່ວຍ ທີ່ຄຸມ ໄບຣຕັ້ນ ຮ່ວມກັນມາເຖິງ 5 ຄົນ ເພື່ອມາຮ່ວມທັບ ເຊວຊີ ນຳກັນ ໂດຍ ເຊວຊີ ຈ່າຍ 21 ລ້ານປອນໃຫ້ ໄບຣຕັ້ນ ເພື່ອດຶງຜູ້ຊ່ວຍທັງ 5 ຄົນຂອງ ພັອດເຕີ. ສຳລັບ ກຣາແຮມ ພັອດເຕີ ກ້າວເປັນຄູຝຶກໃນປີ 2011 ຄຸມມາ 3 ສະໂມສອນຄື: ອັອສເຕີຊຸນ ໃນລີກສະວີເດັນ (ຊູແອັດ) ຈາກນັ້ນມາຄຸມ ສະວອນຊີ ຊິຕີ້ ແລະ ໄບຣຕັ້ນ ພາ ໄບຣຕັ້ນ ຟອມດີ ໂດຍສະເພາະລະບົບການຫລິ້ນທີ່ສວຍງາມ ກ້າຕໍ່ບານສູ້ກັບທີມໃຫຍ່ຢ່າງໜ້າປະທັບໃຈ, ນັດທຳອິດຂອງ ພັອດເຕີ ຈະພາ ເຊວຊີ ໄປຢາມ ຟູແລ່ມ ເກມພຣີເມ່ຍລີກ.

Photo: Chelsea Football Club

Leave a Reply

Your email address will not be published. Required fields are marked *