• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ປກສ ປະກາດນາຍຕໍາຫຼວດຂັ້ນສູງ 15 ທ່ານ ພັກການ ຮັບອຸດໜູນບໍານານ

ກະຊວງປ້ອງກັນຄວາມສະຫງົບ  ປະກາດນາຍຕໍາຫຼວດຂັ້ນສູງ ຈໍານວນ 15 ທ່ານ ພັກການ-ຮັບອຸດໜູນບໍານານ ໃນວັນທີ 15 ກຸມພາ 2023 ເປັນປະທານໂດຍ ພົນຕີ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນບັນຊາກົມກອງອ້ອມຂ້າງກະຊວງ, ວິທະຍາຄານ ແລະ ນາຍຕໍາຫຼວດທີ່ໄດ້ພັກການ-ຮັບອຸດໜູນບໍານານເຂົ້າຮ່ວມ.


ນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ຈໍານວນ 15 ທ່ານ ມີ: ພົຈວ ຄໍາແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ, ພົຈວ ຄໍາຜາສິດ ບົງມູນທອງ ຫົວໜ້າກົມກວດກາ-ກວດການ, ພົຈວ ສົມໄຊ ພູລະຄໍາມະນີ ຫົວໜ້າ ປກສ ແຂວງເຊກອງ, ພັອ ພອນເພັງ ຫຼ້າບັນດິດ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ.

ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ, ພັອ ນາງ ວິໄລວັນ ດວງສະຫວັນ ຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການ, ພັອ ສຸພາ ອິນທະວົງສາ ຫົວໜ້າກົມ 207 ກົມໃຫຍ່ 502, ພັອ ເປົາລີ ພູສາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ 502, ພັອ ບຸນຖິ່ນ ແກ້ວມົນລັດຊີ ຫົວໜ້າກົມ 307 ກົມໃຫຍ່ຕໍາຫຼວດ.

ພັອ ພອນໄຊແກ້ວ ທໍາມະວົງ ຮອງຫົວໜ້າກົມ 504, ພັອ ບັນເທົາ ພິມພິສານ ຮອງຫົວໜ້າກົມ 512, ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ພັອ ທອງແດງ ຄໍາພິທູນ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ພັອ ໄຊສຸວັນ ພັນທະສຸກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ພັອ ຄໍາພັດ ສາລີວອນ ຮອງຫົວໜ້າອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ.

ທີ່ມາ:ຄວາມສະຫງົບ Lao Security News

Leave a Reply

Your email address will not be published. Required fields are marked *