• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ອະລັງການ ມາສເຕີ 7 ເປີດຕົວຜູ້ສະໜັບສະໜູນຫຼາຍເຈົ້າພໍສົມຄວນ ພ້ອມລ່າແຊ້ມລາວລີກ

ເມື່ອວັນທີ 15 ກຸມພາ 2023 ທີ່ສູນບໍລິຫານ ບໍລິສັດ ອີຊູຊຸລາວ ບໍລິການ ຈຳກັດ ຜູ້ດຽວ ທີ່ບ້ານໜອງບຶກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນລະຫວ່າງ ສະໂມສອນ ມາສເຕີ 7 ເອັຟຊີ ກັບ ຜູ້ສະໜັບສະໜູນ ໃຫ້ກຽດເຊັນສັນຍາໂດຍ ທ່ານ ໜູພອນ ພົມພະຈັນ ປະທານສະໂມສອນ ມາສເຕີ 7 ກັບ ທ່ານ ວິຣະໄຊຄຳ ພິລາພັນເດຊ ປະທານແລະອຳນວຍການໃຫຍ່ ບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດຜູ້ດຽວ ລວມເຖິງເຊັນສັນຍາກັບຕາງໜ້າຈາກ WOW, ເປເລ່ ຟິດເນັດ, ນໍ້າດື່ມ ໄດ້ເດຍລີ, ກະທິງແດງ, ສະປອນເຊີ ແລະ ອື່ນໆ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ໜູພອນ ພົມພະຈັນ ປະທານສະໂມສອນ ມາສເຕີ 7 ເອັຟຊີ ກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ທາງ ບໍລິສັດ ອີຊູຊຸລາວ ບໍລິການ ຈຳກັດ ຜູ້ດຽວ ແລະ ຜູ້ສະໜັບສະໜູນອື່ນໄດ້ຮ່ວມເດີນທາງອີກຄັ້ງໜຶ່ງ ເຊິ່ງມັນປຽບເໝືອນຂໍ້ຕົກລົງໜຶ່ງທີ່ພວກຈະກ້າວເດີນນໍາກັນ, ສູ້ໄປນໍາກັນ, ໃຫ້ກໍາລັງໃຈກັນ ແລະ ຊະນະ ຫຼື ເສຍໄປນໍາກັນ ເຊິ່ງປີ 2022 ທີ່ຜ່ານມາພວກເຮົາສາມາດຍາດໄດ້ຮອງແຊັມ, ແນ່ນອນປີນີ້ພວກເຮົາຈະສ້າງຜົນງານໃຫ້ດີທີ່ສຸດ ແລະ ສະໂລແກນປີ 2023 ຂອງພວກເຮົາ “ together we can do it ຫຼື ເຮົາຮ່ວມກັນ ເຮົາເຮັດໄດ້ ”.

ຂະນະທີ່ ທ່ານ ວິຣະໄຊຄຳ ພິລາພັນເດຊ ປະທານແລະອຳນວຍການໃຫຍ່ ບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດຜູ້ດຽວ ກ່າວວ່າ: ການເຕະບານສິ່ງສໍາຄັນແມ່ນການຫຼິ້ນເປັນທີມເວີກ ເພາະວ່າການຈະໄດ້ແຊັມມາໄດ້ ທຸກຄົນພາຍໃນ ຄະນະນໍາ, ຄູຝຶກ ແລະ ນັກເຕະ ຕ້ອງເປັນຈິດໜຶ່ງໃຈດຽວກັນ ໂດຍສະເພາະ 11 ຄົນທີ່ຢູ່ໃນສະໜາມຕ້ອງຮ່ວມໃຈກັນເປັນຈິດໜຶ່ງໃຈດຽວກັນ ເພື່ອຊະນະຄູ່ແຂ່ງໃຫ້ໄດ້. ເພາະສະນັ້ນພວກເຮົາຂໍຝາກຄວາມຫວັງໃຫ້ກັບທຸກຄົນເຮັດໃຫ້ດີທີ່ສຸດ ເພື່ອຫວັງຍາດແຊັມມາໄດ້ໃຫ້ ແລະ ແນ່ນອນພວກເຮົາພ້ອມສະໜັບສະໜູນ ລວມເຖິງກ້າວເດີນໄປນໍາ.

ຕາຕະລາງແຂ່ງຂັນຂອງ ມາສເຕີ 7 ເອັຟຊີ ຈະລົງສະໜາມນັດທໍາອິດດ້ວຍການເປີດບ້ານຮັບການມາຢາມຂອງ ຈໍາປາສັກ ເອັຟຊີ ໃນເວລາ 16:00 ໂມງຂອງວັນທີ 19 ກຸມພາ 2023 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.
ຂ່າວ-ຮູບ: Larh Creators

Leave a Reply

Your email address will not be published. Required fields are marked *