ດັ່ງທີ່ຮູ້ໃນວົງການກິລາ ໂດຍສະເພາະໃນຊີເກມ ຄັ້ງທີ 32 ທີ່ກໍາປູເຈຍ ເປັນເຈົ້າພາບ ໃນເດືອນພຶດສະພາ 2023 ມີກະແສໃຫຍ່ເລີຍລະ ເມື່ອເຈົ້າພາບປ່ຽນຊື່ຈາກກິລາມວຍ ( ມວຍໄທ – ມວຍລາວ ) ມາເປັນ ກຸນ ຂະແມ ເຮັດໃຫ້ສື່ໃນປະເທດໄທ ໂຈມຕີກະແສດັ່ງກ່າວຢ່າງໜັກ ດັ່ງທີ່ທ່ານເຫັນໃນໂລກອອນລາຍ ເຖິງຂັ້ນບໍ່ສົ່ງເຂົ້າຮ່ວມການແຂ່ງຂັນຢ່າງເດັດຂາດ.
ຫຼ້າສຸດ ເມື່ອວັນທີ 14 ກຸມພາ 2023 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວເຖິງຂໍ້ຂ້ອງໃຈ ແລະ ການກຽມພ້ອມຂອງ ທັບນັກກີລາມວຍລາວ ( ກຸນ ຂະແມ ) ທີ່ກຽມເຂົ້າຮ່ວມໃນງານມະຫາກໍາກີລາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ ທັງເປັນປະທານສະຫະພັນມວຍໂລກ ແລະ ຄະນະປະທານຈັດການແຂ່ງຂັນກີລາ ກຸນ ຂະແມ, ທ່ານ ມໍລະກົດ ສຸວັນນະສັງໂສ ກໍາມະການຕັດສິນ ກຸນ ຂະແມ ແລະ ທ່ານ ຂັນທະລີ ໂພທິສານ ຄູຝຶກ ພ້ອມດ້ວຍຄະນະ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍພິທີດັ່ງກ່າວ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ ໄດ້ອອກມາຊີ້ແຈງລາຍການອຽດ ຕາມຄລິບເລີຍ…