ໃນຕອນເຊົ້າຂອງວັນທີ 6 ກຸມພາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 7 ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການດໍາເນີນການຈັດຕັ້ງປະຕິບັດໃນການທົດສອບການໃຫ້ບໍລິການອອກສະກຸນເງິນດິຈິຕອນຂອງທະນາຄານກາງ ລະຫວ່າງ ກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດ Soramitsu ປະເທດຍີ່ປຸ່ນ ພາຍໃຕ້ການເປັນປະທານຂອງ ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ Kenichi KOBAYASHI ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ຕາງໜ້າຈາກກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນບໍລິສັດ Soramitsu, ສະຖາບັນຄົ້ນຄວ້າ Mitsubishi, ຄະນະກົມ-ຄະນະພະແນກຈາກບັນດາກົມພາຍໃນ ທະນາຄານແຫ່ງ ສປປ ລາວ.
ຈຸດປະສົງຂອງການລົງນາມໃນບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອກໍານົດເງື່ອນໄຂ ແລະ ຂອບເຂດການຮ່ວມມືໃນການດໍາເນີນການທົດສອບການອອກສະກຸນເງິນດິຈິຕອນຂອງທະນາຄານກາງ (The Proof of Concept: PoC of Central Bank Digital Currency: CBDC). ການດໍາເນີນການທົດສອບດັ່ງກ່າວ ແມ່ນສ່ວນໜຶ່ງຂອງການຄົ້ນຄວ້າລົງເລິກໃນດ້ານເຕັກນິກ ຊຶ່ງຈະສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ໃນການປັບໃຊ້ພື້ນຖານໂຄງລ່າງລະບົບການຊໍາລະຂອງ ສປປ ລາວ ໃຫ້ສາມາດຮອງຮັບການອອກສະກຸນເງິນດິຈິຕອນຂອງທະນາ ຄານກາງໃນອະນາຄົດ. ການດຳເນີນການທົດສອບຈະເລີ່ມຂຶ້ນໃນວັນທີ 7 ກຸມພາ 2023 ເປັນຕົ້ນໄປ ຈົນເຖິງທ້າຍເດືອນກຸມພາ 2023 ໂດຍມີການຈັດຝຶກອົບຮົມໃຫ້ແກ່ຜູ້ເຂົ້າຮ່ວມການທົດສອບ ແລະ ດຳເນີນການທົດສອບຕົວຈິງ ຊຶ່ງຄະນະເຂົ້າຮ່ວມການທົດສອບປະກອບມີ ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ອົງການ JICA ປະຈຳ ສປປ ລາວ, ພະນັກງານຂອງທະນາຄານແຫ່ງ ສປປ ລາວ ແລະ ຮ້ານຄ້າທີ່ຮ່ວມໂຄງການ. ຜົນຂອງການທົດສອບດັ່ງກ່າວ ຈະເປັນຂໍ້ມູນທີ່ມີປະໂຫຍດໃຫ້ແກ່ການຄົ້ນຄວ້າຄວາມເປັນໄປໄດ້ໃນການອອກສະກຸນເງິນດິຈິຕອນທີ່ອອກໂດຍທະນາຄານກາງຂອງ ທະນາຄານແຫ່ງ ສປປ ລາວ ໃນອະນາຄົດ ເພື່ອຮັບປະກັນໃຫ້ແກ່ການຄົ້ນຄວ້າມີຄວາມຄົບຖ້ວນ ແລະ ຮອບດ້ານຍິ່ງຂຶ້ນ.
ອີງຕາມສະພາບການປ່ຽນແປງຫຼາຍດ້ານກ່ຽວກັບການນໍາໃຊ້ເຕັກໂນໂລຊີທາງການເງິນໃນປັດຈຸບັນ ເຮັດໃຫ້ບັນດາທະນາຄານກາງຢູ່ຫຼາຍປະເທດຕ່າງກໍພາກັນຕື່ນຕົວໃນການຄົ້ນຄວ້າກ່ຽວກັບທ່າແຮງດ້ານການຂະຫຍາຍ ຕົວຂອງເຕັກໂນໂລຊີທາງການເງິນ ເພື່ອໃຫ້ສາມາດພັດທະນາເງິນທີ່ສາມາດນໍາໃຊ້ຖືກຕ້ອງຕາມກົດໝາຍ (Legal Tender) ໃຫ້ສາມາດຮອງຮັບການຫັນໄປສູ່ລະບົບດິຈິຕອນໄດ້ໃນອະນາຄົດ, ທ່າແຮງດັ່ງກ່າວໄດ້ຜັກດັນໃຫ້ບັນດາທະນາຄານກາງລິເລີ່ມຫັນມາສຶກສາ ການອອກເງິນດິຈິຕອນທີ່ອອກໂດຍທະນາຄານກາງ ເຂົ້າມາທົດແທນການພິມທະນະບັດ. ສະເພາະ ສປປ ລາວ ການອອກເງິນດິຈິຕອນທີ່ອອກໂດຍທະນາຄານກາງ ຍັງມີເປົ້າໝາຍຊ່ວຍໃຫ້ພື້ນ ຖານໂຄງລ່າງດ້ານລະບົບການຊໍາລະຂອງປະເທດມີຄວາມຄົບຖ້ວນ ສອດຄ່ອງກັບຍຸດທະສາດຂະແໜງການເງິນ-ເງິນຕາ ແລະ ຍຸດທະສາດການພັດທະນາລະບົບການຊໍາລະ ຂອງຂະແໜງການທະນາຄານ-ການເງິນ ໄລຍະ 5 ປີ (2021-2025) ທີ່ແນໃສ່ຫຼຸດຜ່ອນການນໍາໃຊ້ເງິນສົດ (Cashless Society) ແລະ ຂັບເຄື່ອນສັງຄົມໃຫ້ກ້າວເຂົ້າສູ່ເສດຖະກິດດິຈິຕອນ (Digital Economy).
ວາລະດຽວກັນນີ້, ຄະນະຈາກກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ໃນນາມຜູ້ສະໜັບສະໜູນທຶນໃນການດຳເນີນການທົດສອບຄັ້ງນີ້ ພ້ອມດ້ວຍ ບໍລິສັດ Soramitsu, ສະຖາບັນຄົ້ນຄວ້າ Mitsubishi ໃນນາມຜູ້ຈັດຕັ້ງປະຕິບັດການທົດສອບ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພື່ອລາຍງານສະພາບການຮ່ວມມື ແລະ ປຶກສາຫາລືກ່ຽວກັບວຽກງານພັດທະນາສະກຸນເງິນດິຈິຕອນທີ່ອອກໂດຍທະນາຄານກາງ ໃນອະນາຄົດ ຊຶ່ງຄະນະນຳຈາກທະນາຄານແຫ່ງ ສປປ ລາວ ກໍໄດ້ຕີລາຄາສູງຕໍ່ກັບການຮ່ວມມືລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດ Soramitsu ກໍຄືການຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການພັດທະນາວຽກງານຂອງຂະແໜງການທະນາຄານດ້ວຍດີຕະຫຼອດມາ.
ຂ່າວໂດຍ: ກົມຄຸ້ມຄອງລະບົບຊຳລະສະສາງ, ທຫລ