ເມື່ອເວົ້າເຖິງກໍາມະການລາວທີ່ເສັ່ງຜ່ານລະດັບຟີຟາ ແມ່ນບໍ່ຫຼາຍ ແຕ່ເມື່ອເວົ້າເຖິງຜູ້ຍິງນັ້ນຍິງນ້ອຍຫຼາຍ ເພາະໃນລາວປັດຈຸບັນມີພຽງ 2 ທ່ານເທົ່ານັ້ນ ເຊິ່ງມື້ນີ້ທີມງານຂອງພວກເຮົາຈະພາໄປຮູ້ຈັກ
ໂດຍຄົນທໍາອິດແມ່ນ ທ່ານ ນາງ ແກ້ວມະນີ ແພງເມືອງຄູນ ເປັນກໍາມະການຕັດສິນລະດັບຟີຟາ ຄົນທໍາອິດ ແລະ ຄົນທີ 2 ແມ່ນ ທ່ານ ນ. ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ FIFA (ລາຍລະອຽດເບິ່ງຄລິບລຸ່ມນີ້ )
ສໍາລັບ ຜົນງານຫຼ້າສຸດ ທ່ານ ນ. ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ FIFA Elite ຂອງລາວ ເຂົ້າຮ່ວມຝຶກອົບຮົມກຳມະການຕັດສິນລະດັບ Elite ຢູ່ທີ່ປະເທດມາເລເລເຊຍໃນລະຫວ່າງວັນທີ 07-10 ກຸມພາ 2023 ເພື່ອກະກຽມເຂົ້າຮ່ວມ ຕັດສິນ ການແຂ່ງຂັນລາຍການທາງ ສະຫະພັນບານເຕະອາຊີ ຈັດຂື້ນໃນປີ 2023,
ນອກຈາກນັ້ນທາງ ສະຫະພັນບານເຕະ ອາຊີ ໄດ້ແຕ່ງຕັ້ງ ນາງ ພຸດສະຫັວນ ຈັນທະວົງ ເຂົ້າຮ່ວມຕັດສິນ ໃນລາຍການ AFC U20 Women’s Asain Cup 2024 Qualifiers Round 1 Group D ຮອບຄັດເລືອກ ໃນລະຫວ່າງວັນທີ 6-12/3/2023 ທີ່ ປະເທດ ຈໍແດນ ຖືວ່າເປັນລາຍການໃຫຍ່ພໍສົມຄວນ ຊົມເຊີຍຍິງລາວກ່າວໄກ