• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ສັງວຽນຕີໄກ່ ອົງອາດຊະນະໄຊ ເປີດນໍາໃຊ້ທາງການ ເປັນອີກແຮງສ້າງວຽກເຮັດໃຫ້ປະຊາຊົນ ຕິດພັນກັບແຫຼ່ງທ່ອງທ່ຽວ

ສັງວຽນຕີໄກ່ ອົງອາດຊະນະໄຊ ເປີດນໍາໃຊ້ຢ່າງເປັນທາງການ ເມື່ອວັນທີ 12 ກຸມພາ 2023 ທີ່ບ້ານນາເງິນ ເມືອງທຸລະຄົມ ແຂວງວຽງຈັນ ໂດຍເຈົ້າຂອງສັງວຽນ ສ້າງຂຶ້ນເພື່ອສືບທອດກີລາຕີໄກ່ທີ່ເປັນປະເພນີ ແລະ ສືບທອດມາແຕ່ບູຮ່ນນະການ ພ້ອມທັງເປັນການສ້າງວຽກງານທໍາໃຫ້ກັບປະຊາຊົນອີກຊ່ອງທາງ ແລະ ຍັງເປັນການໂປຣໂໝດແຫຼ່ງທ່ອງທ່ຽວອ້ອມຂ້າງອີກດ້ວຍ. (ລາຍລະອຽດເບິ່ງຄລິບລຸ່ມນີ້ )

ພິທີດັ່ງກ່າວຈັດຂຶ້ນທີ່ສັງວຽນຕີໄກ່ ອົງອາດຊະນະໄຊ ຕັ້ງຢູ່ບ້ານນາເງິນ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວຽງຄອນ ນາມເມືອງວົງ ເຈົ້າຂອງສັງວຽນຕີໄກ່ ອົງອາດຊະນະໄຊ ທັງເປັນເຈົ້າຂອງຟາມ ອອສຕິນ, ທ່ານ ຄຳພັນ ບຸນເຮືອງ ປະທານກຸ່ມບໍລິສັດ ບຸນເຮືອງ ການຄ້າ ເປັນປະທານ ແລະ ທ່ານ ສົມຄິດ ຕານສະຫວັດ ປະທານບໍລິສັດ ສົມຄິດ ຕານສະຫວັດ ກໍ່ສ້າງ ແລະ ຂົວທາງ ພ້ອມດ້ວຍຕາງໜ້າຄ້າຍໄກ່ຕີ, ພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ແລະ ອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ນາງ ວຽງຄອນ ນາມເມືອງວົງ ເຈົ້າຂອງສັງວຽນຕີໄກ່ ອົງອາດຊະນະໄຊ ໃຫ້ສໍາພາດວ່າ: ເພື່ອສືບສານສືບທອດວັດທະນາທໍາຕີໄກ່ ເຊິ່ງພວກເຮົາມີມາຕັ້ງແຕ່ບູຮານນະການ ເປັນປະເພນີການຕີໄກ່ລະຫວ່າງຊົນເຜົ່າຕ່າງໆເຊັ່ນ: ເຜົ່າມົ້ງ, ເຜົ່າກຶມມຸ, ເຜົ່າລາວລຸ່ມ ແລະ ເຜົ່າອື່ນໆ ເພື່ອສ້າງຄວາມສາມັກຄີ ແລະ ແລກປ່ຽນບົດຮຽນໃຫ້ເຊິ່ງກັນ ແລະ ກັນ ເຊິ່ງຫັນໄດ້ໃນວັນຢຸດພັກການ-ພັກວຽກ, ວັນສິນ, ວັນປະເພນີຕ່າງໆ ທີ່ໄດ້ສືບທອດມາຕັ້ງແຕ່ບຸຮານນະການ. ນອກນັ້ນ, ກໍຍັງມີການສ້າງລາຍໄດ້ໃຫ້ກັບພໍ່ແມ່ປະຊາຊົນອ້ອມຂ້າງ ແລະ ຍັງເປັນການຊ່ວຍດືງດູດນັກທ່ອງທ່ຽວ ເພາະພວກເຮົາກໍມີຟາມ ແລະ ແຫຼ່ງທ່ອງທ່ຽວທາງດ້ານກະສິກໍາບໍ່ວ່າຈະເປັນ ຟາມງົວ ແລະ ຕາດທີ່ພວກເຮົາໃສ່ຊື່ວ່າ ວັງຄີ ລວມເຖິງອະນາຄົດໃກ້ໆນີ້ພວກເຮົາກໍມີສວນສັດນ້ອຍໆ, ຣີສອດ, ຫ້ອງປະຊຸມ ແລະ ທົ່ງນາ ເພື່ອເສີມສ້າງການຮຽນໃຫ້ເດັກນ້ອຍ ໃຫ້ເຂົາເຈົ້າມາແລ້ວໄດ້ເບິ່ງໄດ້ເຫັນສັດ ແລະ ໄດ້ຮຽນຮູ້ການດໍານາຕ່າງໆ.

ເຈົ້າຂອງສັງວຽນຕີໄກ່ ອົງອາດຊະນະໄຊ ກ່າວອີກວ່າ: ສໍາລັບ ສັງວຽນຕີໄກ່ຂອງພວກເຮົາ ແມ່ນໄດ້ຮັບຮອງຈາກຂຶ້ນເທິງໃຫ້ເປີດນໍາໃຊ້ຖືກຕ້ອງຕາມລະບຽບ ເຊິ່ງຕ້ອງຂໍຂອບໃຈ ອົງການຈັດຕັ້ງຂັ້ນເມືອງທຸລະຄົມ ແລະ ອົງການຈັດຕັ້ງບ້ານນາເງິນ ແລະ ບ້ານທີ່ອ້ອມຂ້າງ, ບັນດາບໍລິສັດ ໂດຍສະເພາະແມ່ນປະທານບໍລິສັດ ສົມຄິດ ຕານສະຫວັດ ກໍ່ສ້າງ ແລະ ຂົວທາງ ພ້ອມດ້ວຍຄອບຄົວທີ່ໃຫ້ການສະໜັບສະໜູນມາໂດຍຕະຫຼອດ ລວມເຖິງຂໍສະແດງຄວາມຮູ້ບຸນຄຸນມາຍັງອົງການຈັດຕັ້ງພັກ-ລັດ, ຄະນະພັກເມືອງ, ຄະນະພັກບ້ານ, ບັນດາຄ້າຍຕີໄກ່ ແລະ ສະມາຄົມໄກ່ຕີທຸກໆທ່ານທີ່ເສຍສະຫຼະອັນມີຄຸນຄ່າມາຮ່ວມງານພິທີເປີດໃນຄັ້ງນີ້.
ຂ່າວ: Larh Creators

Leave a Reply

Your email address will not be published. Required fields are marked *