• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເດັກນ້ອຍລາວເຮັດໄດ້ອີກແລ້ວ ໄທເກີ-ບຽວເກດ ພາທີມຄວ້າແຊ້ມລາວການທີ່ປະເທດໄທ (ຄລິບ)

2 ອ້າຍນ້ອງນັກເຕະເຍົາວະຊົນລາວກໍຄື ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ອາຍຸ 10 ປີ ແລະ ທ້າວ ອານຸສັກ ວິໄລກຸນ ອາຍຸ 7 ປີຈາກສະໂມສອນ W.I.G NAGA ຮຸ່ນອາຍຸບໍ່ເກີນ 8 ປີ ສ້າງຜົນງານໂດດເດັ່ນອີກແລ້ວເມື່ອຫຼ້າສຸດ 12 ກຸມພາ 2023 ໄປຫຼິ້ນກັບສະໂມສອນເຍົາວະຊົນໄທກໍຄື Fut boys ໃນຮຸ່ນອາຍຸບໍ່ເກີນ 11 ປີພາທີມຄວ້າແຊັມລາຍການ ອບຈ.ຊົນບຸຣີ ຄັບ 2023.

ການແຂ່ງຂັນບານເຕະລາຍການ ອບຈ.ຊົນບຸຣີ ຄັບ 2023 ໃນຮຸ່ນອາຍຸບໍ່ເກີນ 11 ປີຄັ້ງນີ້ແມ່ນຮອບຄັດເລືອກ ຄັ້ງທີ 4 ລະຫວ່າງວັນທີ 11-12 ກຸມພາ 2023 ທີ່ຈັງຫວັດຊົນບຸຣີ ປະເທດໄທ ເຊິ່ງມີ 24 ທີມເຂົ້າຮ່ວມແຂ່ງຂັນ ໂດຍທີມທີ່ໄດ້ແຊັມຮອບນີ້ຈະໄດ້ສິດໄປແຂ່ງຂັນໃນລາຍການໃຫຍ່ ແຊັມຊົນແຊັມ ທີ່ຈະຈັດຂຶ້ນໃນເດືອນມີນາ 2023 ຕໍ່ໄປ, ສ່ວນ ໄທເກີ ອາຍຸ 10 ປີ ແລະ ບຽວເກດ ອາຍຸ 7 ປີ ແມ່ນ 2 ອ້າຍນ້ອງນັກເຕະເຍົາວະຊົນລາວ ທີ່ມີຜົນງານໂດດເດັ່ນຈິ່ງຖືກສະໂມສອນຈາກໄທຢ່າງ Fut boys ຢືມຕົວໄປຮ່ວມທີມ ມາຕັ້ງແຕ່ປີ 2022.

ຜ່ານການແຂ່ງຂັນປາກົດວ່າ: ໄທເກີ ເປັນຕົວຫຼັກ ພາສະໂມສອນ Fut boys ເອົາຊະນະ 2 ນັດລວດໃນຮອບຄັດເລືອກແບບສະບາຍໆ ຜ່ານເຂົ້າຮອບ 2 ກໍສາມາດເອົາຊະນະ Clie Pink ຂາດລອຍ 3-0 ກ່ອນຜ່ານເຂົ້າຮອບ 4 ທີມສຸດທ້າຍກໍສາມາດເອົາຊະນະ ເຕົ້າຫູ້ໄຂ່ ແມ່ແລະລູກ ເຮັດໃຫ້ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ກອງທັບໄທ ແລະ Fut boys ກໍຍັງໂດດເດັ່ນເອົາຊະນະໄປຂາດລອຍ 4-1 ຄວ້າແຊັມໄປຄອງ.
ຂ່າວ: Larh Creators
ລາຍລະອຽດເບິ່ງຄລິບໄດ້ລຸ່ມນີ້:

Leave a Reply

Your email address will not be published. Required fields are marked *