ຈະເປັນຄູບາອາຈານ ເປັນປະຊາຊົນກໍ່ຕາມເຮັດຜິດຕ້ອງຍອມຮັບກັບການກະທຳ ສຳລັບກໍລະນີຂອງພະເຈົ້າຂອງເພຈວັດແຈ້ງສະຫວ່າງລະດົມທຶນຊ່ວຍຈົວນ້ອຍຜູ້ໂຊກຮ້າຍກໍ່ເຊັ່ນດຽວກັນ ທຳອິດວ່າລະດົມໄດ້ 20 ປາຍລ້ານແຕ່ນຳເງິນໄປມອບໃຫ້ພໍ່ແມ່ຂອງຈົວພຽງແຕ່ຄົນລະ 3 ລ້ານ ຈົນໄດ້ຕັ້ງຄະນະກຳມະການກວດສອບຈິ່ງປະກົດວ່າມີຫຼາຍກວ່ານັ້ນ.
ເຊິ່ງພະອົງທີ່ເປັນເຈົ້າຂອງເພຈ ພາຍຫຼັງຖືກສອບສວນແມ່ນໄດ້ຍອມຮັບວ່າເງິນທີ່ໄດ້ຮັບບໍລິຈາກ ຈາກອອກຕົນຍາດຍົມແມ່ນມີທັງໝົດ 56 ລ້ານກີບ ຂໍມອບໃຫ້ຈົວທັງສອງອົງໄປເປັນຄ່າປິ່ນປວຕາມຈຸດປະສົງໃນເບື້ອງຕົ້ນ ສ່ວນຫຼັກຖານການໂອນເງິນມາບໍລິຈາກແມ່ນບໍ່ສາມາດນຳມາເປີດເຜີຍໄດ້.
ຈົນຮອດວັນທີ 9 ກັນຍາ 2022 ການຈັດຕັ້ງໄດ້ຕັດສິນໃຈໃຫ້ ພຣະ ສຸກສະຫວັນ ວົງສະຫວັດ ວັດແຈ້ງສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງເປັນແອັດມິນເພຈ ວັດແຈ້ງສະຫວ່າງ ທີ່ລະດົມທຶນຊ່ວຍຈົວນ້ອຍ 2 ອົງ ທີ່ຖືກລົດຕຳ ໃຫ້ລາສິກຂາເປັນຄາຣະວາດ.
ທັ້ງນີ້ແມ່ນສືບເນື່ອງມາຈາກການກວດກາ ທາງອົງການພຸດທະສາສະໜາສຳພັນລາວ (ອພສ) ແລະ ການຈັດຕັ້ງທີ່ກ່ຽວຂ້ອງເຫັນວ່າ: ເປັນການກະທຳຜິດຕໍ່ນິໄນສົງ, ຂາດດ້ວຍການເປັນພຣະ ຍ້ອນຮັບບໍລິຈາກບໍ່ໂປ່ງໃສ ລວມທັງເຫດການອື່ນໃນຄັ້ງທີ່ຜ່ານມາ ຈິ່ງມີມະຕິ ໃຫ້ລາສິກຂາ ກາງພັນສາ.
ແບບວ່າເປັນຄູບາກໍ່ຕົກຕັ່ງໄດ້ຄືກັນ