• Thu. Jun 1st, 2023

Lao Sport Update

ຮອບດ້ານວົງການກິລາ

ປະກາດແຕ່ງຕັ້ງທ່ານຄໍາໄຫຼ ສີປະເສີດເປັນຮອງເລຂາຄະນະບໍລິຫານງານພັກ,ຮອງປະທານສູນກາງ ແນວລາວສ້າງຊາດ

ໃນວັນທີ 10 ກຸມພາ 2023, ຢູ່ສູນຝືກອົບຮົມ ສູນກາງແນວລາວສ້າງ ໄດ້ຈັດພິທີປະກາດການຈັດຕັ້ງໃຫ້ທ່ານຄໍາໄຫຼ ສີປະ ເສີດ ກໍາມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ,ທັງເປັນຮອງປະທານສູນກາງແນວລາວສ້າງຊາດ.


ການປະກາດການແຕ່ງຕັ້ງດັ່ງກ່າວແມ່ນປະຕິບັດຕາມມະຕິຕົກລົງຂອງເລຂາທີການສູນກາງພັກ ສະບັບ ເລກທີ 285/ຄລສພ ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງກໍາມະການຄະນະພັກ ຄະນະປະຈໍາສູນກາງແນວລາວສ້າງຊາດແລະມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 11/ກມສພ ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ.


ໃນພິທີດັ່ງກ່າວຍັງໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກສະບັບເລກທີ 04/ກມສພ ລົງວັນທີ 20 ມັງກອນ 2023 ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ໂດຍແມ່ນ ທ່ານຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ.

ເຂົ້າຮວ່ມເປັນກຽດໃນພິທີປະກາດການຈັດຕັ້ງຄັ້ງນີ້ມີທ່ານ ປອ. ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ,ຄະນະຈັດຕັ້ງສູນກາງພັກ, ຄະນະປະຈໍາພັກ, ຄະນະພັກ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສູນຝືກອົບຮົມ ສນຊ ແລະ ຫົວໜ້າ-ຮອງພະແນກເຂົ້າຮ່ວມ.

ທີ່ມາ:Lao National Radio

Leave a Reply

Your email address will not be published. Required fields are marked *