ພິທີປະກາດພະນັກງານພັກຜ່ອນ-ຮັບອຸດຫນູນບຳນານ ແລະ ແຕ່ຕັ້ງຫົວໜ້າ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2023 ນີ້ ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ຂະແໜງການກ່ຽວຂ້ອງຈາກກະຊວງປ້ອງກັນຄວາມສະຫງົບ ແລະ ອ້ອມຂ້າງແຂວງເຊກອງເຂົ້າຮ່ວມ.
ໃນພິທີ, ທ່ານ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ຮອງກົມໃຫຍ່ການເມືອງ ຫົວໜ້າກົມພະນັກງານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານດຳລັດຂອງລັດຖະມົນຕີ ວ່າດ້ວຍໃຫ້ນາຍຕຳຫຼວດ ອອກພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໂດຍໄດ້ອະນຸມັດໃຫ້ທ່ານ ພົນຈັດຕະວາ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ເຊກອງ, ອາຍຸກະສຽນ 64 ປີ, ອາຍຸການ 43 ປີ ອອກພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງ ທ່ານ ພັນໂທ ຄຳບານ ພົມມະນີວົງ ເປັນຫົວໜ້າກອງບັນຊາການ ປກສ ແຂວງເຊກອງ;
ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງເຊກອງຄື: ແຕ່ຕັ້ງທ່ານ ພັນໂທ ຮຽມ ໄຊຍະລາດ ແລະ ທ່ານ ພັນໂທ ຄຳຄັ່ງທອງສະຫວັດ ເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ; ພ້ອມດຽວກັນນີ້ ທ່ານ ບຸນຫຼາຍ ບຸດທິ ຫົວໜ້າຄະນະຈັດຕັ້ງແຂວງເຊກອງ ກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງເຊກອງ ວ່າດ້ວຍບົ່ງຕົວແຕ່ງຕັ້ງເລຂາຄະນະພັກ, ຄະນະປະຈໍາພັກ ແລະ ຄະນະພັກກອງບັນຊາການ ປກສ ແຂວງຄື: ບົ່ງຕົວແຕ່ຕັ້ງ ທ່ານ ພັນໂທ ຄຳບານ ພົມມະນີວົງ ເປັນເລຂາຄະນະພັກ, ທ່ານ ພັນໂທ ສັນມາລາ ຂຸນພິສິດ ເປັນຄະນະປະຈຳພັກ ປະທານກວດກາຄະນະພັກ ແລະ ທ່ານ ພັນໂທ ຮຽມ ໄຊຍະລາດ ເປັນຄະນະພັກກອງບັນຊາການ ປກສ ແຂວງ.
ໃນໂອກາດນີ້ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການນໍາພາ-ຊີ້ນໍາ ແລະ ການປະກອບສ່ວນທາງດ້ານເຫື່ອແຮງ, ຄວາມຮູ້ຄວາມສາມາດ, ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືແຂວງເຊກອງຂອງສະຫາຍຫົວໜ້າກອງບັນຊາການ ປກສ ແຂວງຜູ້ເກົ່າ, ແຕ່ການທີ່ໄດ້ຮັບນະໂຍບາຍນີ້ ແມ່ນເປັນລະບຽບການທີ່ໄດ້ກໍານົດໄວ້ໃນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແມ່ນວຽກງານປົກກະຕິຢູ່ໃນແບບແຜນການນໍາພາຂອງພັກເຮົາ;
ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ກໍ່ຄືຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ເປັນຄັນທຸງນໍາໜ້າຢ່າງໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງກວ້າງຂວາງ, ການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງຈະແຈ້ງຂາດຕົວ, ຕິດຕາມກວດກາ, ຊຸກຍູ້ວຽກງານແຕ່ລະໄລຍະ, ເປັນຫົວຈັກຫຼັກແຫຼ່ງເປັນແບບຢ່າງນໍາໜ້າຮອບດ້ານ, ມີທັດສະນະຫຼັກໝັ້ນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້, ບໍາລຸງສ້າງໃຫ້ພະນັກງານ-ນັກຮົບໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ປະຕິບັດໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ.