ສັງວຽນກິລາຕີໄກ່ຟາມອົງອາດຊະນະໄຊ ກຽມເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 12 ກຸມພາ 2023 ທີ່ບ້ານນາເງິນ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງໃນພິທີຈະມີການນໍາເອົາຄູ່ໄກຈາກ 2 ຄ່າຍໃຫຍ່ມາແຂ່ງຂັນກັນອີກດ້ວຍ ຮັບປະກັນຄວາມມັນ ( ລາຍລະອຽດເບິ່ງຕາມຮູບ )
ສໍາລັບ ກິລາຕີໄກ່ ແມ່ນກິລາປະເພດໜຶ່ງທີ່ສືບທອດກັນມາຕັ້ງແຕ່ບູຮານ ເປັນປະເພນີການຕີໄກ່ລະຫວ່າງຊົນເຜົ່າຕ່າງໆ ເຊັ່ນ ເຜົ່າມົ້ງ, ເມົາກຶມມຸ, ເຜົາລາວລຸ່ມ ແລະ ເຜົ່າອື່ນໆ ເພື່ອສ້າງຄວາມສາມັກຄີ ແລະ ແລກປ່ຽນບົດຮຽນໃຫ້ເຊິ່ງກັນ ແລະ ກັນ ຊຶ່ງເຫັນໄດ້ໃນວັນຢຸດພັກການ-ພັກວຽກ, ວັນສິນ, ວັນປະເພນີຕ່າງໆ ທີ່ໄດ້ສືບທອດມາຕັ້ງແຕ່ບຸຮານນະການ.