• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ວາເລັນທາຍ ວັນແຫ່ງຄວາມຮັກນີ້ຄິດຫາຂອງຂວັນໃຫ້ຄົນທີ່ທ່ານຮັກຫຼືຍັງ ແຕ່ດຽວກ່ອນ ມັນມີຄວາມເຊື່ອກ່ຽວກັບຂອງຂວັນຕ້ອງຫ້າມທີ່ຫ້າມໃຫ້ກັນ ຫຼື ຫ້າມໃຫ້ຄົນຮັກໃນວັນນີ້ນໍາ ທີ່ຈິງກະເກືອບລວມໆທຸກເທດສະການນັ້ນລະ


ໄປເບິ່ງວ່າມີຫຍັງແນ່
1 ນໍ້າຫອມ ເຊື່ອວ່າຈະເຮັດໃຫ້ຄວາມຮັກຈືດຈາງ


2 ເຂັມຂັດ ເຊື່ອວ່າປາຍແຫຼມຄືໜາມແທງໃຈເຮັດໃຫ້ຜິດກັນຕະຫຼອດ
3 ຈອກແກ້ວ/ເຄື່ອງແກ້ວ ເຊື່ອວ່າຈະເຮັດໃຫ້ຄວາມສໍາພັນແຕກຫັກ


4 ໂມງ ເຊື່ອວ່າຈະເຮັດໃຫ້ຄວາມສໍາພັນຢຸດຕິລົງ
5 ເກີບ ເຊື່ອວ່າຈະເຮັດໃຫ້ຄົນທີ່ເຮົາຮັກຍ່າງຈາກໄປ


6 ຮູບຖ່າຍດ່ຽວຂອງໂຕເອງ ເຊື່ອວ່າປຽບເໝືອນຂອງທີ່ລະນຶກເອົາໄວ້ເບິ່ງຍາມຈາກກັນ
ນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນເດີ້ ແລ້ວເຈົ້າກຽມຫຍັງໃຫ້ຄົນທີ່ເຈົ້າຮັກ ຄອມເມັ້ນບອກແນ່ ?

Leave a Reply

Your email address will not be published. Required fields are marked *