ຂ່າວດີວັນນີ້! ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະກາດປັບລາຄານໍ້າມັນລົງ ເປັນຄັ້ງທີ 2 ຂອງເດືອນກຸມພາ.
ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການສະບັບເລກທີ 0126/ກຄພນ ລົງວັນທີ 08 ກຸມພາ 2023; ເລື່ອງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.
ໂດຍໄດ້ປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດຄື:ແອັດຊັງພິເສດ ປັບຫລຸດລົງ 440 ກີບ/ລິດ, ແອັດຊັງທຳມະດາ ປັບຫລຸດລົງ 320 ກີບ/ລິດ, ກາຊວນ ປັບຫລຸດລົງ 430 ກີບ/ລິດ.
ລາຄາໃໝ່ນີ້ແມ່ນເລີ່ມປະຕິບັດເວລາ 6 ໂມງເຊົ້າ ຂອງວັນທີ 9 ກຸມພາ 2023 ເປັນຕົ້ນໄປ.