• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ຄວາມໝາຍທີ່ແທ້ຈິງຂອງຂັນ 5 ທີ່ຫຼາຍຄົນຍັງບໍ່ຮູ້

ByAdmin A

Feb 8, 2023

ຂັນຫ້າ ແມ່ນທຽນແລະດອກໄມ້ຫ້າຄູ່ບໍ?
ພຣະພຸດທະເຈົ້າໄດ້ກ່າວເຖິງຂັນຫ້າແທ້ ແຕ່ບໍ່ແມ່ນ ທຽນຫ້າຄູ່ ແລະ ດອກໄມ້ ຫ້າຄູ່. ຂັນຫ້າຕາມຄວາມໝາຍຂອງ ພຣະພຸດທະເຈົ້າແມ່ນ ເລື່ອງຂອງ ອະລິຍະສັດ 4 ໂດຍໝາຍເຖິງ ຮູບປະທັມ ແລະ ນາມມະທັມ ທັງຫ້າ ທີ່ພາໃຫ້ເກີດເປັນຊີວິດຄົນເຮົານັ້ນເອງ ເຊິ່ງປະກອບມີ 5 ຂັນດັ່ງລຸ່ມນີ້

1 ຮູບຂັນ ໝາຍເຖິງສ່ວນທີ່ເປັນຮ່າງກາຍ ພຶດຕິກຳ ຄຸນລັກຊະນະຕ່າງໆຂອງຮ່າງກາຍ ແລະ ສ່ວນປະກອບທີ່ເປັນຮູ້ປະທັມທັງຫມົດ.
2 ເວທະນາຂັນ ໝາຍເຖິງກອງເວທະນາ ທີ່ເປັນຄວາມສຸກ ຄວາມທຸກ ຄວາມພໍໃຈ ຄວາມບໍ່ພໍໃຈ
3 ສັນຍາຂັນ ໝາຍເຖິງກອງສັນຍາ ທີ່ເປັນຄວາມຈື່ຈຳໃນອາດີດທີ່ໄດ້ຮັບ

4 ສັງຂານຂັນ ຫມາຍເຖິງກອງສັງຂານສ່ວນທີ່ເປັນການປຸງແຕ່ງຂອງຈິດ ຄິດມະໂນໄປເອງວ່າສິ່ງນີ້ອາດຈະເກີດ ສິ່ງນັ້ນອາດຈະເກີດ
5 ວິນຍານຂັນ ຫມາຍເຖິງກອງວິນຍານ ຫລື ຈິດ ທີ່ເປັນການຮູ້ແຈ້ງຜ່ານ ຫູ ຕາ ດັງ ລີ້ນ ກາຍ ແລະ ໃຈ.

ຂັນທັງຫ້າຢ່າງນີ້ຈະມີການເກີດຂື້ນ ຕັ້ງຢູ່ ແລະ ດັບໄປຕະຫລອດເວລາ ເຮົາບໍ່ສາມາດບັງຄັບມັນໄດ້ ແຕ່ເຮົາສາມາດຮັບຮູ້ມັນໄດ້ ແລະ ຢູ່ກັບມັນໃຫ້ໄດ້. ສິ່ງເລົ່ານີ້ແມ່ນທາດແທ້ຂອງຂັນຫ້າຕາມຫລັກຄຳສອນຂອງພະພຸດທະເຈົ້າ.
ແຕ່ປະຈຸບັນເຫັນຫລາຍຄົນນຳໃຊ້ຂັນຫ້າທີ່ປະກອບດ້ວຍ ດອກໄມ້ ແລະ ທຽນຫ້າຄູ່ ເພື່ອນຳໃຊ້ໃນການປະກອບພິທີກຳຕ່າງເຊັ່ນ: ການຂໍຂະມາ ການນິມົນຕ່າງໆ. ທາດແທ້ຂອງການຂໍຂະມາດ້ວຍການຍົກຂັນຫ້າກາບນັ້ນ ແມ່ນການເອົາຂັນທັງຫ້າ ຄື ຮູບ ເວທະນາ ສັນຍາ ສັງຂານ ວິນຍານ ນອບນ້ອມໃສ່ຜູ້ທີ່ເຮົາຕ້ອງການຂໍຂະມາ.

ສະນັ້ນ ການຂໍຂະມາ ໃນບາງເທື່ອ ບໍ່ຈຳເປັນຕ້ອງມີຂັນຫ້າທີ່ເປັນດອກໄມ້ 5ຄູ່ ທຽນ5ຄູ່ກໍໄດ້, ສິ່ງທີ່ເຈົ້າຄວນມີແມ່ນ ຮູບ ເວທະນາ ສັນຍາ ສັງຂານ ແລະ ວິນຍານ.
ຖ້າມີກໍດີ ເພາະເປັນການຮັກສາວັດທະນະທຳແລະຮີດຄອງປະເພນີອັນດີງາມ.

ໂດຍ: ພຸດທະໂອດ

Leave a Reply

Your email address will not be published. Required fields are marked *