• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ເຈົ້າເມືອງໆນອງລົງຕິດຕາມການກໍ່ສ້າງເສັ້ນທາງ ແຕ່ ບ້ານອາສີງສາລີ ຫາ ບ້ານ ແສນເກາະ

ໃນຕອນບ່າຍວັນທີ 3 ກຸມພາ 2023 ນີ້ ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມ ໂຄງການກໍ່ສ້າງເສັ້ນທາງເສັ້ນທາງແຕ່ບ້ານ ອາສີງສາລີ ຫາ ບ້ານ ແສນເກາະ ເມືອງນອງ ແຂວງສະຫວັນນະເຂດ.


ໂຄງການດັ່ງກ່າວໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 20 ກັນຍາ 2022, ເຊິ່ງມີລວງຍາວທັງໝົດ 8,5 ກິໂລແມັດ, ກວ້າງ 6 ແມັດ ເປັນເສັ້ນທາງປູດິນແດງ, ມາຮອດປະຈຸບັນ ການຈັດຕັ້ງປະຕິບັດໜ້າວຽກສຳເລັດແລ້ວ 65,74% ໜ້າວຽກທີ່ເຮັດໃນຕອນນີ້ແມ່ນ ກວາດແປງຮູບໜ້າທາງຄືນ ລວມທັງຮ່ອງລະບາຍນ້ຳ, ຈົກຮ່ອງລະບາຍນ້ຳດ້ວຍກົນຈັກ, ຖົມດິນຍົກລະດັບຄືນໃໝ່ດ້ວຍວັດສະດຸຈາກບໍ່ຖົມດິນຊັ້ນໜ້າທາງ, ດັດປັບຈຸດທີ່ເປັນຂຸມເລິກ, ເປັນຫຼຸບ, ເປັນໂນນ, ນຳໃຊ້ລົດໂລ ໂລໜ້າທາງໃຫ້ແໜ້ນໜາ ໂດຍນຳໃຊ້ທຶນພັດທະນາຊົນນະບົດ ຫຼື ທຶນຂອງລັດເຂົ້າໃນການກໍ່ສ້າງ, ທັງນີ້້ກໍ່ເພື່ອເຮັດໃຫ້ປະຊາຊົນຢູ່ໃນເຂດບ້ານດັ່ງກ່າວມີຊີວິດການເປັນຢູ່ທີ່ດີຂຶ້ນ, ການສັນຈອນໄປມາລະຫວ່າງບ້ານຫາບ້ານ ແລະ ບ້ານຫາເມືອງມີຄວາມສະດວກສະບາຍຂຶ້ນກວ່າເກົ່າ,ການແລກປ່ຽນຊື້-ຂາຍສິນຄ້າສະດວກວ່ອງໄວ, ເຮັດໃຫ້ການພັດທະນາເສດຖະກິດຄອບຄົວດີຂຶ້ນເປັນລຳດັບ.

ນອກຈາກນີ້ແລ້ວກໍ່ຍັງມີການກໍ່ສ້າງເສັ້ນທາງ ແຕ່ບ້ານ ປະຈະຕຽນ ຫາ ບ້ານ ປໍໂຄກ ມີລວງຍາວທັງໝົດ 7,5ກິໂລແມັດ, ກວ້າງ 6ແມັດ ປະຈຸບັນແມ່ນສຳເລັດແລ້ວ 100%, ການຟື້ນຟູ ແລະ ສ້ອມແປງເສັ້ນທາງ ແຕ່ບ້ານຊວງ ຫາບ້ານ ໄກສອນ, ມີລວງຍາວ 6,6 ກິໂລແມັດ, ກວ້າງ4,5 ແມັດ ສ້ອມ ແປງສຳເລັດແລ້ວ 100%, ແລະການກໍ່ສ້າງເສັ້ໜທາງແຕ່ຄຸ້ມບ້ານ ອາລາ ບ້ານ ຕັງອາໄລເໜືອ ຫາບ້ານ ຕັງອາໄລນ້ຳເຊິ່ງມີລວງຍາວ 6 ກິໂລແມັດ ປະຕິບັດໄດ້ແລ້ວ71,63% ຕາມການສັນຍາຄາດວ່າຈະໃຫ້ສຳເລັດບໍ່ໃຫ້ກາຍ ວັນທີ 30 ເດືອນມິຖຸນາ ປີ 2023 ໂດຍແມ່ນບໍລິສັດ VLP ພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົ໋າ, ລວມມູນຄ່າໃນການກໍ່ສ້າງເສັ້ນທາງ 4ເສັ້ນທັງໝົດນີ້ແມ່ນ 6ຕື້ 597 ລ້ານກວ່າກີບ.


ໂອກາດນີ້້ ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ກໍ່ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ຈຸດສຸມ, ກຸ່ມບ້ານ ພາຍຫຼັງເສັ້ນທາງສຳເລັດແລ້ວຈົ່ງພ້ອມພາກັນເປັນເຈົ້າການໃນການປົກປັກຮັກສາ,ເສັ້ນທາງອັນລວມຂອງບ້ານ, ພ້ອມພາກັນອະນາໄມເສດຂີ້ເຫຍື່ອ ຫຼືເສດຫງ່າໄມ້ກິ່ງໄມ້ທີ່ໄຫຼຕັນທໍ່ຫຼອດທາງໂດຍສະເພາະແມ່ນໃນລະດູຝົນທີ່ຈະມາຮອດນິີ້ເພື່ອເຮັດໃຫ້ເສັ້ນທາງແຫ່ງນີ້ນຳໃຊ້ໄດ້ຢ່າງຍາວນານ.

Leave a Reply

Your email address will not be published. Required fields are marked *