ແຂວງວຽງຈັນ ຈັດພິທີສະຫຼຸບຜົນສຳເລັດຂອງທັບນັກກິລາແຂວງວຽງຈັນ ໃນການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ11 ທີ່ແຂວງຊຽງຂວາງ ຢ່າງຍິ່ງໃຫຍ່ ແລະ ສົມກຽດ ໂດຍສະເພາະກິລາບານເຕະທີ່ສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ແຂວງ ນຳໂດຍທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ ພ້ອມມອບເງິນອັດສີດ ຫຼຽນຄຳ, ຫຼຽນເງິນ ແລະ ຫຼຽນທອງ ໃຫ້ແກ່ຄູຝຶກ ແລະ ນັກກິລາ.
ພິທີດັ່ງກ່າວຈັດຂຶ້ນໃນຕອນເຊົ້າ ມື້ນີ້ ວັນທີ 7 ກຸມພາ 2023 ທີ່ຫ້ອງວ່າການແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.
ສໍາລັບ ແຂວງວຽງຈັນ ຍາດໄດ້ 7 ຫຼຽນຄໍາ, 6 ຫຼຽນເງິນ ແລະ 26 ຫຼຽນທອງ ຈັດຢູ່ອັນດັບທີ 12 ຂອງຕາຕະລາງສະຫຼຸບຫຼຽນ ໃນຊຽງຂວາງ ເກມ, ໂດຍຜົນງານທີ່ໂດດເດັ່ນທີ່ສຸດແມ່ນຍາດໄດ້ແຊ້ມບານເຕະຊາຍ ດ້ວຍການເອົາຊະນະ ນະຄອນຫຼວງວຽງຈັນ ໃນນັດຊີງຊະນະເລີດ