ພິທີຖະແຫຼງຂ່າວ ການແຂ່ງຂັນບານເຕະ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ກຸ່ມ C ປະກອບມີ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ ກໍກຽມເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 10 ກັນຍາ 2022 ຈັດຂຶ້ນໃນຕອນທ່ຽງຂອງວັນທີ 9 ກັນຍາ 2022 ທີ່ໂຮງແຮມແລນມາກ ໂດຍມີຫົວໜ້າຄູຝຶກຂອງ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ໄມເຄິລ ໄວສ໌ ຫົວໜ້າຄູຝຶກຂອງທີມຊາດລາວ ຢູ 20 ກ່າວວ່າ: ທີມຊາດລາວ ຢູ 20 ຊຸດນີ້ແມ່ນສືບເນື່ອງມາຈາກ ທີມຊາດລາວ ຊຸດຢູ 19 ທີ່ສາມາດສ້າງຜົນງານໂດດເດັ່ນໃນລາຍການຊີງແຊັມອາຊີ 2022 ແນ່ນອນລາຍການນີ້ມີທີມທີ່ແຂງແກ່ນທັງ ຍີ່ປຸ່ນ, ເຢເມນ, ປາແລັສຕິນ ແລະ ກວມ. ຢ່າງໃດກໍຕາມ, ພວກເຮົາຫວັງຊະນະທຸກທີມເຖິງຈະເປັນງານໜັກ ແຕ່ຖ້າຈະເຮັດໄດ້ເຖິງຈຸດນັ້ນ ກໍຕ້ອງໄປເບິ່ງການພັດທະນາຂອງທີມອີກຄັ້ງໃນສະໜາມອີກເທື່ອວ່າຈະມີການພັດທະນາໜ້ອຍຫຼາຍປານໃດ.
ຫົວໜ້າຄູຝຶກຂອງ ກວມ ກ່າວວ່າ: ມີນັກເຕະຈໍານວນໜຶ່ງທີ່ດືງມາຈາກ ອາເມຣິກາ ແລະ ມີການກຽມທີມມາໃນໄລຍະໜຶ່ງແລ້ວ ແລະ ຫວັງວ່າການແຂ່ງຂັນນັດນີ້ຈະເປັນນັດທີດີ ທີ່ຈະພົບກັບ ທີມຊາດລາວ ເຈົ້າພາບ.
ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ປະກອບມີ:
– 10/09/2022 ເວລາ 19:00 ລາວ ພົບ ກວມ
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3.